ປະທານາທິບໍດີ ສ ອາເມເນຍ ສິ້ນສຸດການ ຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ
ປະທານາທິບໍດີ ສ ອາເມເນຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນຄ່ຳວັນທີ 8/6, ທ່ານ ປະທານາທິບໍດີ ສ ອາເມເນຍ Serzh Sargsyan ແລະ ຄະນະຜູ້ແທນ ອາເມເນຍ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານ ປະທານາທິບໍດີ Serzh Sargsyan ໄດ້ມີການເຈລະຈາ ກັບທ່ານປະທານປະເທດຫວຽດນາມ Truong Tan Sang, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ Nguyen Phu Trong, ພົບປະກັບທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານປະທານສະພາແຫ່ງຊາດ Nguyen Sinh Hung.
ທ່ານ ປະທານາທິບໍດີ Serzh Sargsyan ພ້ອມກັບການນຳພັກ, ລັດຫວຽດນາມ ໄດ້ເປັນເອກະພາບກັນບັນດາທິດທາງ, ມາດຕະການ ເພື່ອແນໃສ່ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ ຄື ຄວນເຊັນບັນດາສັນຍາ, ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການຮ່ວມມື 2 ຝ່າຍ, ສ້າງຕັ້ງກົນໄກຄະນະກຳມາທິການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ເພີ່ມທະວີການສົ່ງເສີມດ້ານການຄ້າ ແລະ ສຳພັດໂດຍກົງ ກັບບັນດາວິສາຫະກິດ, ນຳການພົວພັນພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ ແລະ ຫຼາຍຮູບຫຼາຍແບບ.
2 ຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບໝາກຜົນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານ ປະທານາທິບໍດີ ສ ອາເມເນຍ, ເຊັນບັນດາເອກະສານຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ຍົກເລີກວີຊາໃຫ້ໜັງສືຜ່ານແດນທາງການທູດ ແລະ ທາງລັດຖະບານ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ.
ການຢ້ຽມຢາມຂອງ ທ່ານ ປະທານາທິບໍດີ ສ ອາເມເນຍ Serzh Sargsyan ຖືກດຳເນີນໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ອາເມເນຍ ພັດທະນາຢ່າງຕັ້ງໜ້າ ແລະ ກົງກັບໂອກາດ 2 ປະເທດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (14/7/1992 – 14/7/2012).