ປະທານາທິບໍດີ ອາເມລິກາ ຢ້ຽມຢາມຕາເວັນອອກກາງ

ປະທານາທິບໍດີ ອາເມລິກາ ຢ້ຽມຢາມຕາເວັນອອກກາງ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Back Obama
ພາບ:internet

(vovworld) - ວັນ​ທີ 20/3, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​​ຢ້ຽມຢາມ 3 ປະ​ເທດຢູ່ຕາ​ເວັນ​ອອກ​ກາງ​ ​ໃນ​ເວລາ 4 ວັນນັ້ນ​ແມ່ນ: ອິສະຣາ​ແອນ, ປາ​ແລດ​ສະຕີ​ນ ​ແລະ ​ຈໍ​ແດນ. ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Obama ​ໄປ​ຍັງ​ບັນດາປະ​ເທດ​ດັ່ງກ່າວ ນັບ​ແຕ່​ເມື່ອ​ທ່ານ​ຮັບ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ເມື່ອ​ປີ 2009. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ Obama ຈະ​ປຶກສາ​ຫາ​ລື ກັບ​ບັນດາ​ການ​ນຳ ອິດສະຣາ​ແອນ ບາງ​ບັນຫາ​​ເຄັ່ງຮ້ອນ​ຂອງ​ພາກ​ພື້ນຄື: ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ ອີຣານ, ວິ​ກິດ​ການ​ຢູ່ ຊີຣີ. ຫຼັງ​ຈາກ​ນັ້ນ, ທ່ານ Obama ຈະ ຢ້ຽມຢາມ​ເຂດ​ຝ່ັງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍແດນ ຂອງ ປາ​ແລ​ດສະຕີ​ນ ກ່ອນ​ທີ່​ຈະເດີນທາງ​ໄປ ​ແມ່​ນ້ຳ​ຈໍ​ແດນ ​ເພື່ອ​​ເຈລະຈາກັບ​ກະສັດ Abdullah II. ສຸດ​ທ້າຍ, ທ່ານ​ປະທານາທິບໍດີ ​ເອ​ເມ​ລິ​ກາ ຈະ​ກັບ​ຄືນ Jerusalem ​ໃນ​ວັນ​ທີ 23/3 ​ເພື່ອ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ບັນດາ​ການ​​ເຈລະຈາ ຕາ​ເວັນ​ອອກ​ກາງ.

        ​ກ່ອນການ​ເດີນທາງ​ໄປ​ປະຕິບັດ​ງານ​ຂອງ​ທ່ານ Obama ໜຶ່ງ​ວັນ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ໄປ ອິດສະຣາ​ແອນ ​ເພື່ອ​ປຶ​ກສາ​ຫາລື​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ການ​ຢ້ຽມຢາມ.

ຂ່າວ/ບົດ​ອື່ນ