(ທ່ານປະທານາທິບໍດີຊີຮີ Bashar-Assad)
(vovworld) – ເມື່ອຕອບ ສຳພາດໜັງສືພິມ “Clarin” ຂອງອັກຊັງຕີນ, ປະທານາທິບໍດີຊີຮີ Bashar-Assad ໄດ້ຢືນຢັນອີກເທື່ອໜຶ່ງວ່າທ່ານຈະບໍ່ລາອອກຈາກຕຳແໜ່ງກ່ອນທີ່ຈະສິ້ນສຸດອາຍຸການໃນປີ 2014. ທ່ານເວົ້າວ່າ “ລາອອກຈາກຕຳແໜ່ງແມ່ນການຫຼົບໜີ“, ຊາວຊີຮີ ຈະແມ່ນຜູ້ຕັດສິນຜູ້ໃດກຳອຳນາດໃນການເລືອກຕັ້ງປະທານາທິບໍດີໃນປີ 2014. ນອກນັ້ນ, ປະທານາທິບໍດີຊີຮີ Bashar-Assad ຍັງຊົມເຊີຍຂໍ້ລິເລີ່ມຂອງລັດເຊຍ ແລະ ອາເມລິກາ ກ່ຽວກັບການຈັດກອງປະຊຸມສາກົນ ເພື່ອແນໃສ່ຊອກຫາມາດຕະການຢຸດຕິວິກິດການນອງເລືອດທີ່ແກ່ຍາວມາເປັນເວລາເກືອບ 2 ປີຜ່ານມາຢູ່ປະເທດຕາເວັນອອກກາງນີ້. ແຕ່ທ່ານຍັງສະແດງຄວາມສົງໃສວ່າ ບັນດາປະເທດຝ່າຍຕາເວັນຕົກຢາກຊອກຫາມາດຕະການແກ້ໄຂສະພາບວິກິດການຢູ່ຊີຮີ ແທ້ຫຼືບໍ່.