ປະທານາທິບໍດີສະຫະລັດອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 11 ພະຈິກ, ທ່ານປະທານາທິບໍດີສະຫະລັດອາເມລິກາ Donald Trump ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານປະເທດແຫ່ງສສ.ຫວຽດນາມ ເຈີ່ນດ້າຍກວາງ.
ປະທານາທິບໍດີສະຫະລັດອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ	 - ảnh 1 (ທ່ານປະທານາທິບໍດີສະຫະລັດອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ)

ການຢ້ຽມຢາມຖືກດຳເນີນໃນລະຫວ່າງວັນທີ 11 – 12 ພະຈິກ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານປະທານາທິບໍດີອາເມລິກາ Donald Trump ເຖິງຫວຽດນາມ ແລະ ຖືກດຳເນີນໃນປີທຳອິດຂຶ້ນກຳອຳນາດ, ສະແດງໃຫ້ເຫັນການພົວພັນກັບຫວຽດນາມ ຖືເປັນສຳຄັນ, ສ້າງພື້ນຖານເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ