ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye
(ພາບ: AFP/TTXVN)
|
(vovworld) – ພາຍຫຼັງປະຊຸມກັບບັນດາເຈົ້າໜ້າທີ່ ແລະ ນັກຊ່ຽວຊານ ເຊີອູນ ໃນວັນທີ 8/6, ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye ຖະແຫຼງໄດ້ມອບສິດໃຫ້ກອງພິເສດແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງໂລກພະຍາດອັກເສບລະບົບຫາຍໃຈຢູ່ເຂດຕາເວັນອອກກາງ (MERS). ນີ້ແມ່ນການກະທຳຫຼ້າສຸດໃນບັນດາຄວາມມານະພະຍາຍາມຂອງລັດຖະບານ ສ. ເກົາຫຼີ ເພື່ອແນໃສ່ຄວບຄຸມ ແລະ ລົບລ້າງໂລກພະຍາດທີ່ເຄີຍເຮັດໃຫ້ຊາວ ສ. ເກົາຫຼີ 6 ຄົນເສຍຊີວິດ. ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye ກໍ່ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ ແລະ ນັກຊ່ຽວຊານລະດົມບັນດາແຫຼ່ງກຳລັງເພື່ອສະກັດກັ້ນການແຜ່ລາມຂອງ ໄວຣັດທີ່ອັນຕະລາຍໃນອາທິດນີ້. ບັນດາເຈົ້າໜ້າທີ່ຍັງໄດ້ຮັບຄຳສັ່ງຕ້ອງມີມາດຕະການລະອຽດເພື່ອຫລຸດຜ່ອນຜົນສະທ້ອນຫຍໍ້ທໍ້ຂອງຂອງພະຍາດ MERS ສຳລັບພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຢູ່ ອາຊີນີ້.