ທ່ານປະທານາທິບໍດີສ.ເບລາຣຸດ Aleksandr Grigorievich Lukashenko
(ພາບ: AP)
(vovworld) - ວັນທີ 08/12, ທ່ານປະທານາທິບໍດີສ.ເບລາຣຸດ Aleksandr Grigorievich Lukashenko ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 08 – 09/12, ຕາມຄຳເຊີນຂອງທ່ານປະທານປະເທດສສ.ຫວຽດນາມ ເຈືອງເຕີນຊາງ. ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີສ.ເບລາຣຸດ ແມ່ນເພື່ອແນໃສ່ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ເບລາຣຸດ, ຕອບສະໜອງຄວາມຕ້ອງການພັດທະນາຂອງແຕ່ລະປະເທດ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ປັບປຸງການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳ 2 ປະເທດ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍໄດ້ທົບທວນຄືນສະພາບການຮ່ວມມື ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ແລ້ວ; ແລກປ່ຽນບັນດາມາດຕະການ ແລະ ວິທີຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ພາຍຫຼັງສັນຍາການຄ້າເສລີຫວຽດນາມ - ພັນທະມິດເສດຖະກິດອາຊີ - ເອີລົບ ມີຜົນສັກສິດ; ສືບຕໍ່ສົມທົບກັນເຄື່ອນໄຫວ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.