ປະເທດອີຢີບ
(ພາບ: baodatviet.vn)
(VOV)- ປະທານາທິບໍດີອີຢີບ Mohamed Morsi ໄດ້ສະເໜີຈັດການເຈລະຈາຄັ້ງ ໃໝ່ກັບທຸກໆກຳລັງການເມືອງອີຢີບ ເພື່ອປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງໄລຍະຂ້າມຜ່ານໃນປະຈຸບັນ ແລະ ຄວາມສະຫງົບປອດໄພຂອງປະເທດຊາດ. ກ່າວຄຳເຫັນທາງໂທລະພາບແຫ່ງຊາດອີຢີບ, ໂຄສົກຂອງປະທານາທິບໍດີ Yesser Ali ເນັ້ນໜັກວ່າ: ຍັງພຽງອີກ 13 ວັນກ່ອນທີ່ປະຊາຊົນອີຢີບ ຈະໄປປ່ອນບັດກ່ຽວກັບຮ່າງລັດຖະທຳມະນູນ.
ກ່ອນໜ້ານັ້ນ, ປະທານາທິບໍດີອີຢີບ Mohamed Morsi ໄດ້ຮຽກຮ້ອງໃຫ້ຈັດການລົງປະຊາມະຕິໃນວັນທີ 15/12 ຈະມາເຖິງກ່ຽວກັບຮ່າງລັດຖະທຳມະນູນ. ເພື່ອໂຕ້ຕອບຄືນ, ສານລັດຖະທຳມະນູນອີຢີບ ໄດ້ປະກາດໂຈະການເຄື່ອນໄຫວໂດຍບໍ່ມີກຳນົດເວລາ.