ປະທານາທິບໍດີອີຣານຮຽກຮ້ອງຜູ້ແຫ່ຂະບວນປະທ້ວງຫຼີກລ້ຽງການໃຊ້ຄວາມຮຸນແຮງ

(VOVWORLD) - ວັນທີ 31 ທັນວາ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ມີບົດກ່າວປາໄສທຳອິດທີ່ກ່ຽວຂ້ອງເຖິງບັນດາການແຫ່ຂະບວນປະທວງຕ້ານລັດຖະບານ. ທ່ານປະທານາທິບໍດີ Hassan Rouhani ຖືວ່າ

ປະທານາທິບໍດີອີຣານຮຽກຮ້ອງຜູ້ແຫ່ຂະບວນປະທ້ວງຫຼີກລ້ຽງການໃຊ້ຄວາມຮຸນແຮງ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ: The Nation)

ປະຊາຊົນມີສິດສະແດງທັດສະນະຂອງຕົນ, ແຕ່ທຸກການກະທຳບໍ່ຄວນພາໄປເຖິງການໃຊ້ຄວາມຮຸນແຮງ ແລະ ບໍ່ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານຊັບສິນສາທາລະນະ. ຕາມທ່ານປະທານາທິບໍດີ Hassan Rouhani ແລ້ວ, ບັນດາການແຫ່ຂະບວນປະທ້ວງໃນຊຸມມື້ຜ່ານມາໄດ້ຊີ້ໃຫ້ເຫັນວ່າ ອີຣານ ແມ່ນປະເທດມີຄວາມເສລີພາບ ແລະ ອີງຕາມລັດຖະທຳມະນູນ, ປະຊາຊົນທຸກຄົນມີສິດຕຳນິຕິຕຽນລັດຖະບານ. ເຖິງຢ່າງໃດກໍ່ຕາມ, ການນຳອີຣານ ເນັ້ນໜັກວ່າ, ເປົ້າໝາຍສຸດທ້າຍຂອງບັນດາການແຫ່ຂະບວນປະທ້ວງຕ້ອງມຸ່ງໄປເຖິງການປັບປຸງສະພາບການຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ