ປະທານາທິບໍດີອາເມລິກາປົກປ້ອງນະໂຍບາຍການຄ້າຕໍ່ກັບຈີນ

(VOVWORLD) -ວັນທີ 03 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີທັດສະນະປົກປ້ອງນະໂຍບາຍການຄ້າທີ່ແຂງກະດ້າງຕໍ່ກັບຈີນ, ຖືວ່າ ບັນດາປະເພດພາສີເຊິ່ງທ່ານຈັດວາງນຳມາໃຫ້ປະເທດອາເມລິກາ ນັບຕື້ USD

ປະທານາທິບໍດີອາເມລິກາປົກປ້ອງນະໂຍບາຍການຄ້າຕໍ່ກັບຈີນ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບປະກອບ: THX/TTXVN)

ເມື່ອຂຽນໃນສື່ສັງຄົມອອກລາຍ Twitter, ທ່ານປະທານາທິບໍດີອາເມລິກາ D.Trump ຊີ້ແຈ້ງວ່າ “ທຸກສິ່ງທຸກຢ່າງພວມດຳເນີນໄປດ້ວຍດີສຳລັບຈີນ. ເຂົາເຈົ້າພວມຈ່າຍໃຫ້ພວກເຮົານັບພັນຕື້ USD, ເລື່ອງດັ່ງກ່າວເປັນໄປໄດ້ແມ່ນຍ້ອນສະກຸນເງິນຢວນ ພວມຕົກລາຄາ, ກໍຄືເພີ່ມຈຳນວນເງິນສົດຢ່າງໃຫຍ່ຫຼວງເພື່ອຮັກສາລະບົບຂອງເຂົາເຈົ້າ”. ທ່ານປະທານາທິບໍດີ D.Trump ກໍ່ໃຫ້ຮູ້າ, ຫຼາຍປະເທດພວມລໍຄອຍຢາກບັນລຸໄດ້ບັນດາຂໍ້ຕົກລົງດ້ານການຄ້າກັບອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ