ປະທານາທິບໍດີ ອາເມລິກາ B.Obama
ພາບ:internet
|
(vovworld)- ວັນທີ 6/2, ປະທານາທິບໍດີ ອາເມລິກາ B. Obama ໄດ້ປະກາດຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດປີ 2015 ເປັນການກຳນົດທິດໃຫ້ແກ່ນະໂຍບາຍການຕ່າງປະເທດຂອງປະເທດນີ້ ໃນ 2 ປີກຳອຳນາດທີ່ຍັງເຫລືອ. ນີ້ແມ່ນຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດ ທີສອງ ແລະ ກໍແມ່ນຍຸດທະສາດສຸດທ້າຍຂອງປະທານາທິບໍດີ Obama. ຍຸດທະສາດໃຫມ່ນີ້ ມີຊື່ວ່າ “ຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດປີ 2015” ລວມມີ 29 ຫນ້າ ໄດ້ສົ່ງເຖິງປະທານສະພາສູງ ແລະ ສະພາຕ່ຳ, ໃນນັ້ນ ກຳນົດວ່າ ອາເມລິກາ ຍັງສືບຕໍ່ຮັກສາ ບົດບາດນຳພາໂລກ ແຕ່ຍອມຮັບວ່າ ກຳລັງແຮງຂອງອາເມລິກາ ຍັງຈຳກັດຢູ່, ສະນັ້ນ ບໍ່ສາດມາດແກ້ໄຂສິ່ງທ້າທາຍຄວາມສະຫງົບທົ່ວໂລກໃນສະພາບການສັບສົນ ແລະ ຍາກທີ່ຄາດຄະເນໄດ້ຄືປະຈຸບັນ ດ້ວຍຕົນເອງໄດ້.