(vovworld) - ວັນທີ 21/12, ທ່ານເລຂາທິການໃຫຍ່ອົງການປົດປ່ອຍປາແລດສຕິນ (PLO) Saeb Erekat, ຖະແຫຼງວ່າ ການພົວພັນທາງການທູດລະຫວ່າງອຳນາດການປົກຄອງປາແລດສຕິນ (PA) ແລະ ອິດສະຣາແອນ ຈະຖືກຢຸດຕິໃນຕົ້ນປີ 2016. ທ່ານ Erekat ໃຫ້ຮູ້ວ່າ PLO ຈະຕັດການພົວພັນກັບອິດສຣາແອນ, ລວມທັງການຮ່ວມມືປ້ອງກັນຄວາມສະຫງົບໃນຕົ້ນປີ 2016. ຕາມທ່ານ Erekat ແລ້ວໃນທັນທີ, ປາແລດສຕິນ ຈະໂຕ້ຕອບບັນດາຂໍ້ຕົກລົງຫຼ້າສຸດຂອງອຳນາດການປົກຄອງອິດສຣາແອນ ກ່ຽວກັບການສືບຕໍ່ສ້າງຕັ້ງບັນດາເຂດຕັ້ງຖິ່ນຖານຄົງທີ່ຢ່າງຜິດກົດໝາຍໃຫ້ຊາວຢິວ ກໍຄືເລື່ອງສ້າງ Jeruslem ເປັນດິນແດນຂອງລັດຊາວຢິວ.