ປາແລັດສະຕິນຖອນຕົວອອກຈາກຕຳແໜ່ງບົດບາດເປັນປະທານສະຫະພັນອາຣັບ

(VOVWORLD) -ປາແລັດສະຕິນ ໄດ້ຖະແຫຼງຖອນຕົວອອກຈາກຕຳແໜ່ງປະທານໝູນວຽນຂອງສະຫະພັນອາຣັບ (AL) ເພື່ອຄັດຄ້ານເລື່ອງ 2 ປະເທດອາຣັບ ແມ່ນ ສະຫະລັດອາຣັບເອມີເລດ (UAE) ແລະ ບາເຣັນ ລົງນາມໃນຂໍ້ຕົກລົງຫັນການພົວພັນກັບອິດສະຣາແອັນ ເປັນປົກກະຕິ.

ປາແລັດສະຕິນຖອນຕົວອອກຈາກຕຳແໜ່ງບົດບາດເປັນປະທານສະຫະພັນອາຣັບ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດປາແລັດສະຕິນ Riyad al Maliki

(ພາບ: AFP/TTXVN)

ວັນທີ 22 ກັນຍາ, ປາແລັດສະຕິນ ໄດ້ຖະແຫຼງຖອນຕົວອອກຈາກຕຳແໜ່ງປະທານໝູນວຽນຂອງສະຫະພັນອາຣັບ (AL) ເພື່ອຄັດຄ້ານເລື່ອງ 2 ປະເທດອາຣັບ ແມ່ນ ສະຫະລັດອາຣັບເອມີເລດ (UAE) ແລະ ບາເຣັນ ລົງນາມໃນຂໍ້ຕົກລົງຫັນການພົວພັນກັບອິດສະຣາແອັນ ເປັນປົກກະຕິ. ກ່າວຄຳເຫັນໃນກອງປະຊຸມຂ່າວຢູ່ນະຄອນ Ramallad ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ທ່ານລັດຖະມົນຕີການຕ່າງປະເທດປາແລັດສະຕິນ Riyad al Maliki ຊີ້ແຈ້ງວ່າ: ລັດປາແລັດສະຕິນ ປະຕິເສດການບັນທຶກເຂົ້າໃນປື້ມປະຫວັດສາດສາຍສຳພັນກາງອາຍຸການເປັນປະທານຂອງຕົນ ດ້ວຍບັນດາຄຸນຄ່າ ແລະ ຫຼັກການທີ່ຖ້ອຍຫຼັງເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນກອງປະຊຸມຫວ່າງມໍ່ໆມານີ້ຂອງສະພາບັນດາລັດຖະມົນຕີການຕ່າງປະເທດ.

          ທ່ານລັດຖະມົນຕີການຕ່າງປະເທດປາແລັດສະຕິນ Riyad al Maliki ໄດ້ແຈ້ງຂໍ້ຕົກລົງດັ່ງກ່າວ ພາຍຫຼັງທີ່ບັນດາສະມາຊິກ AL ບໍ່ສະແດງຄວາມເຫັນດີກ່ຽວກັບຮ່າງມະຕິກ່າວປະນາມບັນດາຂໍ້ຕົກລົງຫັນການພົວພັນລະຫວ່າງ UAE ແລະ ບາເຣັນ ກັບອິດສະຣາແອັນ ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ