ປ່ຽນໃໝ່ການສຶກສາຂັ້ນມະຫາວິທະຍາໄລເພື່ອຮັບໃຊ້ຄວາມຕ້ອງການພັດທະນາເສດຖະກິດ,ສັງຄົມແລະເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ຕອນເຊົ້າວັນທີ 30 ພຶດສະພາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງລັດຖະບານສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ; ປຶກສາຫາລືກ່ຽວກັບການຄາດຄະເນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018.
ປ່ຽນໃໝ່ການສຶກສາຂັ້ນມະຫາວິທະຍາໄລເພື່ອຮັບໃຊ້ຄວາມຕ້ອງການພັດທະນາເສດຖະກິດ,ສັງຄົມແລະເຊື່ອມໂຍງເຂົ້າກັບສາກົນ - ảnh 1 (ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍ້າ)

ກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ ເຊິ່ງສະພາແຫ່ງຊາດຊຸດທີ 13, ກອງປະຊຸມສະໄໝສາມັນເທື່ອທີ 3 ຮັບຮອງເອົາໃນວັນທີ 18 ມິຖຸນາ 2012, ແມ່ນກົດໝາຍສະບັບທຳອິດໄດ້ຮັບການດັດແປງປັບປຸງກ່ຽວກັບການສຶກສາມະຫາວິທະຍາໄລ. ຕາມການຍືນສະເໜີໂຄງການກົດໝາຍວ່າດ້ວຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ, ໂດຍທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟຸ່ງຊວນຍ້າ ສະເໜີທີ່ຫໍປະຊຸມ, ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະ 5 ປີຜ່ານມາ, ການສຶກສາຂັ້ນມະຫາວິທະຍາໄລ ຄວນມີສະພາບແວດລ້ອມດ້ານນິຕິກຳທີ່ເໝາະສົມກວ່າ ເພື່ອນຳທັນ ແລະ ປັບຕົວໃຫ້ເຂົ້າກັບບັນດາການປ່ຽນແປງຂອງວິທະຍາສາດເຕັກໂນໂລຊີ, ຊີວິດທາງດ້ານວັດທະນະທຳ, ການເມືອງ, ເສດຖະກິດ, ສັງຄົມໃນທົ່ວໂລກ. ທ່ານລັດຖະມົນຕີ ຟຸ່ງຊວນຍ້າ ເນັ້ນໜັກວ່າ: ຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ການສຶກສາມະຫາວິທະຍາໄລ ເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີລະດັບຄວາມຮູ້ສູງ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຊື່ອມໂຍງເຂົ້າກັບສາກົນ.

      ເມື່ອປຶກສາຫາລືກ່ຽວກັບການຄາດຄະເນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019, ດັດປັບໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2018, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີເພີ່ມທະວີການຜັນຂະຫຍາຍບັນດາໂຄງການກົດໝາຍ; ຍູ້ແຮງການຈັດຕັ້ງຮັບເອົາຄຳເຫັນ ແລະ ເຂົ້າຮ່ວມປະກອບຄຳເຫັນຂອງບັນດາອົງການສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງສຳລັບບັນດາຮ່າງກົດໝາຍ.

      ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຮັດວຽກຢູ່ໜ່ວຍ, ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາມະຫາວິທະຍາໄລ ແລະ ຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ