(ພາບປະກອບ)
(vovworld) - ໃນຊຸມມື້ໃກ້ຈະຮອດບຸນບຸນເຕັດໝາຍເຖິງບຸນປີໃໝ່ປະຈຳຊາດ, ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນຫວຽດນາມ - ລາວ ຂຶ້ນກັບເມືອງ ເຮື໋ອງຮ໋ວາ, ແຂວງ ກວາງຈິ້ ໄດ້ພ້ອມກັບນັກຮົບດ່ານປ້ອງກັນຊາຍແດນ ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງຟົດຟື້ນມ່ອນຊື່ນ, ດ້ວຍຄວາມເບີກບານໃຈເມື່ອລະດູການຜະລິດໃນປີຜ່ານມາໄດ້ຮັບຜົນດີ, ເຂດຊາຍແດນມີຄວາມສະຫງົບສຸກ. ທ່ານ ໂຮ່ວັນແທ່ງ, ເລຂາພັກຕາແສງ ເຮື໋ອງຫວຽດ, ເມືອງ ເຮື໋ອງຮ໋ວາ ໃຫ້ຮູ້ວ່າ, ປີໃໝ່ນີ້ຢູ່ຕາແສງບໍ່ມີຄອບຄົວໃດຖືກອຶດຫິວ, ພໍ່ແມ່ປະຊາຊົນມີຄວາມເບີກບານມ່ວນຊື່ນຕ້ອນຮັບບຸນເຕັດ. ທ່ານ ໂຮ່ວັນແທ່ງ ກ່າວວ່າ.
“ໃນຊຸມປີຜ່ານມາ, ທາງດ້ານການເມືອງມີສະຖຽນລະພາບ, ສ່ວນເສດຖະກິດ ພໍ່ແມ່ປະຊາຊົນທຳມາຫາກີນຢ່າງມີໝາກຜົນດີ, ອັດຕາຄອບຄົວຮັ່ງມີໄດ້ເພີ່ມຂຶ້ນ, ຄອບຄົວທຸກຍາກໄດ້ຫຼຸດລົງ. ເວົ້າລວມແລ້ວ, ຈິດໃຈຕ້ອນຮັບບຸນປີໃໝ່ຂອງພໍ່ແມ່ປະຊາຊົນ ແມ່ນມີຄວາມເບີກບານມ່ວນຊື່ນນັບທັງດ້ານດ້ານຈິດໃຈ ແລະ ວັດຖຸ.”
ເນື່ອງໃນໂອກາດບຸນເຕັດ, ພ້ອມກັບການເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຕາແສງ ເຮື໋ອງເລີມ, ເມືອງ ເຮື໋ອງຮ໋ວາ, ແຂວງ ກວາງຈິ້ ໄດ້ສົມທົບກັບບັນດາກົມກອງທະຫານທີ່ຕັ້ງທັບໃນບໍລິເວນແຂວງ ຈັດຕັ້ງການລາດຕາເວັນ, ກວດກາ, ຮັບປະກັນຄວາມປອດໄພ, ຮັກສາອະທິປະໄຕເຂດຊາຍແດນຂອງປະເທດຊາດ. ທ່ານ ໂຮ່ດຶກເວີນ, ປະທານຄະນະກຳມະການປະຊາຊົນຕາແສງ ເຮື໋ອງເລີມ, ເມືອງ ເຮື໋ອງຮ໋ວາ, ແຂວງ ກວາງຈິ້ ໃຫ້ຮູ້ວ່າ.
“ບັນຍາກາດຕ້ອນຮັບບຸນເຕັດ ອຸດົມສົມບຸນກວ່າເກ່ົາ. ໄດ້ຮັບການເອົາໃຈໃສ່ຈາກຂັ້ນເທິງ ລົງຢື້ຢາມຖາມຂ່າວ, ມອບຂອງຂວັນ, ຄະນະບັນຊາການທະຫານຕາແສງ, ຄະນະຕຳຫຼວດຕາແສງສົມທົບກັບຄະນະບັນຊາການທະຫານປ້ອມຊາຍແດນ ຜັນຂະຫຍາຍການເວັນຍາມໃນຊຸມມື້ບຸນເຕັດ, ກຽມພ້ອມສູ້ຮົບໃນທຸກສະພາບການເມື່ອເກີດຂຶ້ນ.”