ຜົນງານດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ
ທ່ານ Bruce Camplell ແລະ ບັນດາຜູ້ແທ່ນໃນພິທີປະກາດສິ້ນສຸດໂຄງການ
(ພາບ: suckhoedoisong)
|
Vovworld- ຫວຽດນາມສາມາດບັນລຸຄວາມກ້າວໜ້າຫຼາຍປະການໃນການ ແກ້ໄຂຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຂົງເຂດການສຶກສາ, ວຽກເຮັດງານທຳ ແລະ ສາທາລະນະສຸກ. ນັ້ນແມ່ຂໍ້ໃຫ້ສັງເກດຂອງທ່ານ Bruce Camplell ຮັກສາການປະສານງານອົງການສະຫະປະຊາຊາດປະຈຳຫວຽດນາມຢູ່ທີ່ພິທີປະກາດສິ້ນສຸດໂຄງການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ຈັດຂຶ້ນໃນວັນທີ່ 19/3 ຢູ່ຮ່າໂນ້ຍ. ຕາມທ່ານ Bruce Camplell ແລ້ວ, ໃນ 5 ປີຂ້າງໜ້າ (2012-2016) ອົງການສະຫະປະຊາຊາດຈະລົງທຶນ 40 ລ້ານ USD ໃຫ້ແກ່ການເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພີ່ມສິດໃຫ້ແມ່ຍິງ ດ້ວຍແຫຼ່ງທຶນໃຊ້ຈາຍຫຼາຍທົບ 2 ເທົ່າເມື່ອທຽບໃສ່ໄລຍະ ( 2006 - 2011) ຢູ່ຫວຽດນາມ. ວັນທີ 19/3/2009 ໂຄງການຮ່ວມມືຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄດ້ເລີ່ມຜັນຂະຫຍາຍຢູ່ຫວຽດນາມ ໂດຍມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ. ໃນໄລຍະທີ່ຈະມາເຖິງ, ຫວຽດນາມເລັ່ງໃສ່ແກ້ໄຂບັນຫາຜິດດຽງລະຫວ່າງຍິງ-ຊາຍໃນການເກິີດ, ເພີ່ມທະວີຄວາມສາມາດໃຫ້ແກ່ພະນັກງານການນຳຍິງ ແລະ ຊຸກຍູ້ຄວາມ ສະເໝີພາບລະຫວ່າງຍິງ-ຊາຍ