(ພາບ: google.com.vn)
(vovworld) - ນັບແຕ່ວັນທີ 20-23/9, ພົນເຮືອຕີ Tony parr , ຜູ້ບັນຊາການກອງທັບເຮືອນິວຊີແລນ ນຳໜ້າຄະນະຜູ້ແທນກອງທັບເຮືອປະເທດນີ້ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກອງທັບເຮືອຫວຽດນາມ. ທີ່ການເຈລະຈາ, ພົນເຮືອເອກ Nguyen Van Hien ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຜູ້ບັນຊາການກອງທັບເຮືອຫວຽດນາມໄດ້ແລກປ່ຽນຄວາມເຫັນກັບພົນເຮືອຕີ Tony parr, ຜູ້ບັນຊາການກອງທັບເຮືອນິວຊີແລນ ບາງເນື້ອໃນເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ ແລະ ປຶກສາຫາລືມາດຕະການເພີ່ມທະວີການພົວພັນລະຫວ່າງກອງທັບເຮືອສອງປະເທດ. ສອງຝ່າຍໄດ້ຕີລາຄາສູງສາຍພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ - ນິວຊີແລນ ທີ່ພວມໄດ້ຮັບການພັດທະນາຢ່າງດີງາມ. ໃນຊຸມປີຜ່ານມາ, ກອງທັບເຮືອສອງປະເທດໄດ້ມີການຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດບຳລຸງສ້າງຂະແໜງກອງທັບເຮືອ.