ຜູ້ມີສິດເລືອກຕັ້ງ ຕີລາຄາສູງວາລະຊັກຖາມ ແລະ ຕອບຄຳຊັກຖາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/11, ພາຍຫລັງ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ ສສຊ ກັບ ສະມາຊິກ​ຄະນະ​ລັດຖະບານ, ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫລາຍ​ທ່ານ ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ຄະນະ​ລັດຖະບານ. ທ່ານ Nguyen Trong Xuat ຫົວຫນ້າ​ສະ​ໂມ​ສອນ​ມູນ​ເຊື້ອ​ການ​ຕໍ່ຕ້ານ ຢູ່​ນະຄອນ ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ລັດຖະມົນຕີ 4 ທ່ານ ​ແລະ ຮອງ​ນາຍົກລັດຖະມົນຕີ, ນາຍົກລັດຖະມົນຕີ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ເປັນ​ຢ່າງ​ດີ. ​ໃນ​ນັ້ນ ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ຫນັກ​ເຖິງ​ມາດ​ຕະການ​ແກ້​ໄຂ​ບັນຫາ. ວາລະ​ຊັກ​ຖາມ​ໄດ້​ວາງ​ອອກ​ຫນ້າ​ທີ່​ຕ້ອງ​ມານະ​ພະຍາຍາມ​ແກ້​ໄຂ, ມາດ​ຕະການ​ແກ້​ໄຂ​ຕ້ອງ​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ສະ​ແດງ​​​ໃຫ້​ເຫັນ​ປະຊາທິປະ​ໄຕ.”

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ