ຜູ້ມີສິດເລືອກຕັ້ງປາດຖະໜາຢາກໃຫ້ສະພາແຫ່ງຊາດວາງແຜນກຳນົດທິດທາງນຳເສດຖະກິດພັດທະນາ

(VOVWORLD) - ຜ່ານການຕິດຕາມ 2 ວັນເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ເຫັນດີເຫັນພ້ອມກັບບັນດາບັນຫາຈຸດສຸມໃນບົດລາຍງານຕີລາຄາເພີ່ມເຕີມໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມປີ 2016 ແລະ ສະພາບການຜັນຂະຫຍາຍໜ້າທີ່ຊຸມເດືອນຕົ້ນປີ 2017 ຂອງລັດຖະບານ. 

ຜູ້ມີສິດເລືອກຕັ້ງຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າບົດລາຍງານໄດ້ສະແດງໃຫ້ເຫັນບັນດາໝາກຜົນຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2016 ແລະ ຊຸມເດືອນຕົ້ນປີ 2017. ຜູ້ມີສິດເລືອກຕັ້ງ, ນັກຊ່ຽວຊານດ້ານເສດຖະກິດ ກາວສີກຽມ, ຖືວ່າ:

“ຄັ້ງນີ້, ລັດຖະບານໃຫ້ຮູ້ວ່າຈະມີມະຕິເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່ານີ້ແມ່ນບັນຫາຈຸດສຸມຄວນມີກົນໄກແກ້ໄຂ. ບັນດາບັນຫາຄົງຄ້າງຂອງໜີ້ເສຍຄວນໄດ້ຮັບການແກ້ໄຂນັ້ນແມ່ນສະພາບການດ້ານນິຕິກຳ, ບັນຫາແຫຼ່ງທຶນ, ວິວັດການແກ້ໄຂໜີ້ິ້ເສຍຢ່າງເດັດຂາດ. ປະຈຸບັນຕ້ອງແກ້ໄຂບັນຫາສາຍເຫດທີ່ກໍ່ໃຫ້ເກີດໜີ້ເສຍ, ຕ້ອງມີແຫຼ່ງທຶນເພື່ອແກ້ໄຂ.”

ສ່ວນຜູ້ມີສິດເລືອກຕັ້ງ ຮ່າຢູຍເຊີນ, ນະຄອນ ເຊີນລາ, ຫວັງວ່າ:

“ພວກຂ້າພະເຈົ້າມີຄວາມພາກພູມໃຈຕໍ່ກັບບັນດາຜົນງານທີ່ປະເທດຊາດບັນລຸໄດ້, ເຖິງຢ່າງໃດກໍ່ຕາມຄຽງຂ້າງນັ້ນຍັງມີບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃດໜຶ່ງ ຄື ເສດຖະກິດໄດ້ສືບຕໍ່ທ່າເຕີບໂຕ ແຕ່ບໍ່ທັນໝັ້ນຄົງ, ບາງບັນຫາຕົວເລກຄາດໝາຍຍັງບໍ່ທັນບັນລຸໄດ້. ດັ່ງນັ້ນ, ພວກຂ້າພະເຈົ້າປາດຖະໜາວ່າ ກອງປະຊຸມສະໄໝສາມັນເທື່ອທີ 3 ນີ້ ຈະສືບຕໍ່ວາງອອກບັນດາທິດທາງເພື່ອພັດທະນາເສດຖະກິດໃຫ້ຖືກຕ້ອງ, ເໝາະສົມກັບຍຸກສະໄໝ, ສ້າງທ່ວງທ່າ ແລະ ກຳລັງເທື່ອລະກ້າວ, ເພື່ອຮັບປະກັນໃຫ້ປະເທດຊາດພັດທະນາແບບຍືນຍົງໃນໄລຍະທາງຕໍ່ໄປ.”

ຕອບກັບ

ຂ່າວ/ບົດ​ອື່ນ