ຜູ້ອ່ານກວ່າ1ລ້ານເທື່ອຄົນເຂົ້າຮ່ວມງານບຸນປື້ມນະຄອນໂຮ່ຈິມິນຄັ້ງທີ9
ຜູ້ອ່ານກວ່າ 1 ລ້ານເທື່ອຄົນເຂົ້າຮ່ວມງານບຸນປື້ມນະຄອນໂຮ່ຈິມິນຄັ້ງທີ 9
(ພາບ: news.zing)
(vovworld) - ພາຍຫຼັງກວ່າ 1 ອາທິດທີ່ດຳເນີນຢ່າງຟົດຟື້ນ, ດ້ວຍການເຄື່ອນໄຫວທີ່ມີປະໂຫຍດຕ່າງໆ, ງານບຸນປື້ມນະຄອນໂຮ່ຈິມິນ ຄັ້ງທີ 9 ໄດ້ອັດລົງໃນຕອນຄ່່ຳວັນທີ 27/03. ຕາມຄະນະຈັດຕັ້ງແລ້ວ, ງານບຸນປື້ມຄັ້ງນີ້ໄດ້ຕ້ອນຮັບຜູ້ອ່ານກວ່າ 1 ລ້ານເທື່ອຄົນ (ເພີ່ມຂຶ້ນ 20% ເມື່ອທຽບໃສ່ງານບຸນປື້ມຄັ້ງທີ 8 ປີ 2014). ງານບຸນປື້ມນະຄອນໂຮ່ຈິມິນ ປີ 2016 ດ້ວຍຫົວຂໍ້ວ່າ “ປື້ມ - ວັດທະນະທຳ - ເຊື່ອມໂຍງ ແລະ ພັດທະນາ” ຖືກດຳເນີນໃນລະຫວ່າງວັນທີ 21 – 27/03, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງ 172 ຫົວໜ່ວຍທີ່ເຄື່ອນໄຫວໃນຂົງເຂດພິມຈຳໜ່າຍປື້ມຢູ່ພາຍໃນ ແລະ ຕ່າງປະເທດ. ງານບຸນປື້ມໄດ້ແນະນຳເຖິງຜູ້ອ່ານປື້ມປະມານ 300.000 ຫົວ.