ຜູ້ອຳນວຍການໃຫຍ່ວິທະຍຸກະ ຈາຍສຽງຫວຽດນາມສິ້ນສຸດ ການຢ້ຽມຢາມ ລາວ

ຜູ້ອຳນວຍການໃຫຍ່ວິທະຍຸກະ ຈາຍສຽງຫວຽດນາມສິ້ນສຸດ ການຢ້ຽມຢາມ ລາວ - ảnh 1
ທ່ານ Nguyen Dang Tien, ຜູ້ອຳນວຍການ​ໃຫຍ່ VOV
ເຮັດວຽກກັບທ່ານ​ລັດຖະມົນຕີ ບໍ່​ແສງ​ຄຳ ວົງ​ດາລາ
(ພາບ: kplnet.net)


(vovworld) -     ຄະນະ​ຜູ້​ແທນ​ການ​ນຳວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໂດຍ​ທ່ານ Nguyen Dang Tien, ຜູ້ອຳນວຍການ​ໃຫຍ່ ນຳ​ໜ້າ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ລາວ ​ແຕ່​ວັນ​ທີ 25 – 27/9. ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດສື່​ມວນ​ຊົນລະຫວ່າງ​ສອງ​ປະ​ເທດ. ວັນ​ທີ 27/9, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ​ລາວ. ທ່ານ​ລັດຖະມົນຕີ ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​ຖື​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມ ດ້ວຍ​ສື່​ຫຼາຍ​ປະ​ເພດ ພ​້ອມກັບ​​ເນື້ອ​ທີ່​ອຸດົມສົມ​ບຸນ ໄດ້​​ເຮັດ​ໃຫ້​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່າຍ​ເປັນອົງ​ການ​ສື່​ມວນ​ຊົນ​ໃຫຍ່ ​ແລະ ມີ​ຊື່​ສຽງ. ທ່ານ​ລັດຖະມົນຕີ​ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມສືບ​ຕໍ່​ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ. ທ່ານ Nguyen Dang Tien, ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ ດ້ວຍ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ​ວິທະຍຸ​ກະຈາຍສຽງ​ສອງ​ປະ​ເທດ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ສົນ​ທົບ​ກັບວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໃນ​ທຸກ​ຂົງ​ເຂດຢ່າງ​ແໜ້ນ​ແຟ້ນກວ່າ​ອີກ.

ຂ່າວ/ບົດ​ອື່ນ