ຝລັ່ງ ຢືນຢັນນະໂຍບາຍ ມຸ່ງໄປເຖິງອາຊີ

ຝລັ່ງ ຢືນຢັນນະໂຍບາຍ ມຸ່ງໄປເຖິງອາຊີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius
(ພາບອີນເຕີແນດ)


(vovworld) - ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ອີນ​ໂດ​ເນ​ເຊຍ, ວັນ​ທີ 02 ສິງຫາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​ໄດ້​ມີ​ການ​ໂອ້​ລົມ​ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ, ​ໃນ​ນັ້ນ ທ່ານ​ຢືນຢັນ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ​ອາຊີ​ຂອງຝລັ່ງ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ກໍ​ໃຫ້​ຮູ້​ວ່າ ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຝລັ່ງ ​ແມ່ນ​ຕິດ​ພັນກັນ​ອາ​ຊຽນ - ຊຶ່ງ​ແມ່ນ​ປະ​ກົດ​ການ​ເພື່ອ​ຄວາມມານະ​ພະຍາຍາມ​ສ້າງ​ພາກ​ພື້ນ​​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື, ພັດທະນາ ​ແລະ ວັດທະນາ​ຖາວອນ. ທ່ານ Laurent Fabius ຊົມ​ເຊີຍ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ປາດ​ຖະໜາ​ຢາກ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​​ເຈລະຈາ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ. ທ່ານ​ກໍ​ຢືນຢັນ​ວ່າ ຝລັ່ງດ້ວຍ​ບົດບາດ​ເປັນ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງສະ​ຫະປະຊາ​ຊາດ, ​ໃຫ້​ຄຳ​ໝັ້ນສັນຍາຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ,​ ສະຖຽນລະ​ພາບ, ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ເມື່ອ​ອາ​ຊຽນ ​ແມ່ນ​​ໃຈກາງ​ໃຫ້​ແກ່ບັນດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມທາງ​ທະ​ເລ​ສາກົນ.
ຂ່າວ/ບົດ​ອື່ນ