ຝລັ່ງຄັດຄ້ານໂຄງການລູກສອນໄຟຂອງອີຣານ

(VOVWORLD) -ວັນທີ 11 ມັງກອນ, ຝລັ່ງ ຮຽກຮ້ອງໃຫ້ອີຣານ ຢຸດຕິທຸກການເຄື່ອນໄຫວທີ່ກ່ຽວຂ້ອງເຖິງລູກສອນໄຟນຳວິຖີ ທີ່ສາມາດຕິດຫົວນິວເຄຼຍ ໃນທັນທີ, ພາຍຫຼັງທີ່ອີຣານ ຖະແຫຼງວ່າ

ຝລັ່ງຄັດຄ້ານໂຄງການລູກສອນໄຟຂອງອີຣານ - ảnh 1 ຝລັ່ງຄັດຄ້ານໂຄງການລູກສອນໄຟຂອງອີຣານ

(ພາບປະກອບ: AFP/TTXVN)

ອາດຈະສົ່ງດ່າວທຽມ 2 ເຄື່ອງຂຶ້ນສູ່ວົງໂຄຈອນໃນຊຸມອາທິດຈະມາເຖິງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ທີ່ກອງປະຊຸມຖະແຫຼງຂ່າວສາມັນ, ໂຄສົກກະຊວງການຕ່າງປະເທດຝລັ່ງ Agnes von der Muhll ຊີ້ແຈ້ງວ່າ, ຝລັ່ງ ຢ້ຳຄືນວ່າ ໂຄງການລູກສອນໄຟອີຣານ ບໍ່ປະຕິບັດຕາມມະຕິເລກທີ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ຝລັ່ງ ຮຽກຮ້ອງໃຫ້ອີຣານ ຢຸດຕິທຸກການເຄື່ອນໄຫວທີ່ກ່ຽວຂ້ອງເຖິງລູກສອນໄຟນຳວິຖີທີ່ໄດ້ອອກແບບຕິດຫົວນິວເຄຼຍ, ລວມທັງບັນດາການທົດລອງນຳໃຊ້ເຕັກໂນໂລຊີລູກສອນໄຟນຳວິຖີ ໂດຍທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ