(vovworld) - ວັນທີ 03/04, ອົງການສົ່ງເສີມການສົ່ງອອກຝລັ່ງ (Ubifrance) ສົມທົບກັບສະພາສູງຝລັ່ງ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ມຸ່ງໄປເຖິງອາຊີຕາເວັນອອກສ່ຽງໃຕ້”, ເພື່ອແນໃສ່ໂຄສະນາກັບບັນດາວິສາຫະກິດ ແລະ ທ້ອງຖິ່ນຂອງປະເທດນີ້ ກາລະໂອກາດດຳເນີນທຸລະກິດຢູ່ຕະຫຼາດຂອງ 10 ປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສະມາຊິກສະພາສູງ Christian Poncelet, ປະທານກຸ່ມສະມາຊິກມິດຕະພາບຝລັ່ງ - ຫວຽດນາມ ເນັ້ນໜັກວ່າ, ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນເຊິ່ງຝລັ່ງ ຮັກສາການພົວພັນດີງາມໃນທຸກຂົງເຂດ, ຈາກການທູດ, ວັດທະນະທຳ ຕະຫຼອດຮອດເສດຖະກິດ, ການຄ້າ, ພິເສດ ກະຊວງອຸດສາຫະກຳການຄ້າຝລັ່ງ ກຳນົດໃຫ້ບຸລິມະສິດພັດທະນາ. ກະຊວງອຸດສາຫະກຳການຄ້າຝລັ່ງ ໄດ້ສ້າງຍຸດທະສາດພັດທະນາຕະຫຼາດສົ່ງອອກມຸ່ງໄປເຖິງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ເຊິ່ງລວມມີ 4 ຂົງເຂດຕົ້ນຕໍ່ຄື: ອຸດສາຫະກຳອາຫານ, ສາທາລະນະສຸກ, ເຕັກໂນໂລຊີໃໝ່ໃນຂົງເຂດຂໍ້ມູນຂ່າວສານ, ສື່ສານ ແລະ ພັດທະນາຕົວເມືອງ.
ນີ້ເປັນຄັ້ງທີ 2 ທີ່ Ubifrance ສົມທົບກັບສະພາສູງຝລັ່່ງ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການສົ່ງອອກໄປຍັງອາຊີຕາເວັນອອກສ່ຽງໃຕ້.