ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ເອົາໃຈໃສ່ເຖິງວຽກງານການທູດ

(VOVWORLD) - ຕອນເຊົ້າວັນທີ 01 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ
ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ເອົາໃຈໃສ່ເຖິງວຽກງານການທູດ - ảnh 1 ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ເຮັດວຽກກັບເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ (ພາບ: TTXVN)

 ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຄົນໃໝ່ຂອງ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2018 – 2021. ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ເອົາໃຈໃສ່ເຖິງວຽກງານການທູດ ແລະ ກຳນົດວ່າ ນີ້ແມ່ນປັດໄຈສຳຄັນໃນວິວັດການສ້າງສາ, ພັດທະນາປະເທດຊາດຢ່າງໝັ້ນຄົງ. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້, ທ່ານນາງ ເຈືອງທິມາຍ ສະເໜີກະຊວງການຕ່າງປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈົ່ງສືບຕໍ່ສົມທົບກັບຄະນະຂົນຂວາຍປະຊາຊົນສູນກາງພັກ ແນໃສ່ເພີ່ມທະວີປະສິດທິຜົນໃນໜ້າທີ່ວຽກງານຕ່າງໆ, ຜ່ານນັ້ນປະກອບສ່ວນສ້າງຮູບພາບ, ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ