ພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງໆຍາມໃດກໍຮ່ວມເດີນທາງພ້ອມກັບກຳມະກອນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ການໂອ້ລົມສົນທະນາກັບກຳມະກອນຊາວຜູ້ອອກແຮງງານເຂດພາກໃຕ້ |
(vovworld)- ພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງໆຍາມໃດກໍຮ່ວມເດີນທາງພ້ອມກັບກຳມະກອນ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ທີ່ການໂອ້ລົມສົນທະນາກັບກຳມະກອນຊາວຜູ້ອອກແຮງງານເຂດພາກໃຕ້ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 30/4 ຢູ່ແຂວງດົງນາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ 1/5. ມີກຳມະກອນກວ່າ 3 ພັນຄົນໄດ້ເຂົ້າຮ່ວມ. ນີ້ແມ່ນ ການໂອ້ລົມສົນທະນາທີ່ມີຄວາມໝາຍພິເສດ, ຢັ້ງຢືນທັດສະນະຂອງພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງໆຊຶ່ຍາມໃດກໍຖືການເບິ່ງແຍງ, ຍົກສູງຊີວິດການເປັນຢູ່ໃຫ້ກຳມະກອນຊາວຜູ້ອອກແຮງງານ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງ. ລັດຖະບານຍາມໃດກໍມີຄວາມຫວັງຢາກຮັບຟັງຄຳເຫັນຂອງກຳມະກອນເພື່ອສ້າງແຜນນະໂຍບາຍ, ນະໂຍບາຍໃຫ້ສົມບູນແບບ ແນໃສ່ປະຕິບັດໜ້າທີ່ຄຸ້ມຄອງ, ບໍລິຫານພັດທະນາເສດຖະກິດ-ສັງຄົມ.