ພັກກອມມູນິດຍີ່ປຸ່ນ ສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 90 ປີ
Viet Dung ນັກຂ່າວ VOV ຍີ່ປຸ່ນ -  
(ພາບປະກອບ)
( vovworld ) – ວັນທີ 15/7, ພັກກອມມູນິດຍີ່ປຸ່ນ (JCP) ໄດ້ຈັດພິທີສະເຫຼີມ ສະຫຼອງວັນສ້າງຕັ້ງຄົບຮອບ 90 ປີ (15/7/1922-15/7/2012). ໃນການປະຊຸມຂ່າວຫວ່າງມໍ່ໆມານີ້, ກ່າວຄຳເຫັນກ່ຽວກັບນະໂຍບາຍຂອງຍີ່ປຸ່ນ, ທ່ານ Kazuo Shii ປະທານພັກກອມມູນິດຍີ່ປຸ່ນ ເນັ້ນໜັກວ່າ: ໃນໄລຍະທີ່ຈະມາເຖິງ ຍີ່ປຸ່ນຈະສືບຕໍ່ແນວທາງທີ່ກົງກັນຂ້າມກັບແນວທາງຂອງພັກປະຊາທິປະໄຕກຳອຳນາດ ແລະ ພັກຝ່າຍຄ້ານໃຫ່ຍກ່ວາໝູ່ ຄືພັກປະຊາທິປະໄຕເສລີ. ເພື່ອແນໃສ່ເພີ່ມຈຳນວນທີ່ນັ່ງຢູ່ສະພາແຫ່ງຊາດ, ພັກກອມມູນິດຍີ່ປຸ່ນ ມີແຜນນະໂຍບາຍອອກສະໝັກຮັບເລືອກຕັ້ງຢູ່ເຂດເລືອກຕັ້ງທຸກແຫ່ງຕາມອັດຕາສ່ວນຜູ້ມີສິດເລືອກຕັ້ງ. ພັກກອມມູນິດຍີ່ປຸ່ນ ມີສະມາຊິກກ່ວາ 400.000 ຄົນ ແລະ ແມ່ນໜື່ງໃນບັນດາພັກກອມມູນິດບໍ່ກຳອຳນາດໃຫ່ຍທີ່ສຸດໃນໂລກ
Viet Dung ນັກຂ່າວ VOV ຍີ່ປຸ່ນ