ທ່ານນາງ ຟ້າມທິຫາຍຈ່ວຽນ ໃນລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ”
(ພາບ: molisa.gov.vn)
|
(vovworld) - ບຸນປີໃໝ່ປະຈຳຊາດປີມະແມ 2015 ແມ່ນໂອກາດເພື່ອໃຫ້ພັກ, ລັດ ເອົາໃຈໃສ່ເບິ່ງແຍງດູແລໃຫ້ປະຊາຊົນ, ພິເສດແມ່ນເປົ້າໝາຍທຸກຍາກ, ຜູ້ມີຄຸນງາມຄວາມດີ ແລະ ຄອບຄົວເປົ້າໝາຍນະໂຍບາຍ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຟ້າມທິຫາຍຈ່ວຽນ ໃນລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ” ເມື່ອວັນທີ 25/1. ທ່ານນາງ ຟ້າມທິຫາຍຈ່ວຽນ, ຊີ້ແຈ້ງວ່າ:
“ສຳລັບຜູ້ມີຄຸນງາມຄວາມດີໂດຍປະທານປະເທດຕົກລົງມອບຂອງຂວັນບຸນເຕັດດ້ວຍ 2 ລະດັບ. ໃນສະເພາະໜ້າ, ລັດຖະບານຊີ້ນຳມອບໝາຍໃຫ້ບັນດາທ້ອງຖິ່ນຕິດຕາມກວດກາ, ກຳແໜ້ນບັນດາເປົ້າໝາຍ, ຈັດແບ່ງປະເພດ, ເປົ້າໝາຍ ແລະ ຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ຕ້ອນຮັບບຸນເຕັດ. ດັ່ງນັ້ນ, ມີ 2 ລະດັບໜູນຊ່ວຍ: ໜູນຊ່ວຍດ້ວຍເງິນ ແລະ ທີ່ສອງແມ່ນໜູນຊ່ວຍດ້ວຍເຂົ້າສານ. ເພື່ອປະຕິບັດບັນຫານີ້ ຂະແໜງແຮງງານໄດ້ຊີ້ນຳໃຫ້ບັນດາທ້ອງຖິ່ນຕິດຕາມກວດກາ, ຈັດແບ່ງປະເພດ, ເປົ້າໝາຍ, ສ້າງບັນຊີລາຍຊື່ ແລະ ລາຍງານຕໍ່ການນຳທ້ອງຖິ່ນເພື່ອຕົກລົງລະດັບໜູນຊ່ວຍ. ບົນພື້ນຖານນັ້ນ, ກໍ່ຈະລະດົມບັນດາວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນພ້ອມກັນເຂົ້າຮ່ວມລາຍການໜູນຊ່ວຍນີ້.”
ທ່ານນາງລັດຖະມົນຕີ ຟ້າມທິຫາຍຈ່ວຽນ ໃຫ້ຮູ້ວ່າ: ຕາມບົດລາຍງານຂອງບັນດາທ້ອງຖິ່ນແລ້ວ, ສະພາບການມອບເງິນບຳເນັດປີໃໝ່ມະແມ 2015 ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2014.