ພັກແລະລັດຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລເຖິງການຮັກສາສີສັນວັດທະນະທຳບັນດາເຜົ່າຫວຽດນາມ
ທ່ານນາງ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຊິ່ງແມ່ນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປິນ
(ພາບ: Lê Thơm - VOV)
|
(vovworld) – ຕອນເຊົ້າວັນທີ 10/2, ທີ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຊິ່ງແມ່ນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປິນ, ຜູ້ມີອິດທິພົນຊື່ສຽງຂອງ 5 ຊົນເຜົ່າສ່ວນໜ້ອຍທີ່ມີພົນລະເມືອງຕ່ຳກ່ວາ 1000 ຄົນ. ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢັ້ງຢືນວ່າ: ພັກ ແລະ ລັດ ຍາມໃດກໍ່ຕີລາຄາສູງບົດບາດຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ມີຫຼາຍນະໂຍບາຍສະເພາະສຳລັບຊົນເຜົ່າສ່ວນໜ້ອຍເວົ້າລວມ, ພິເສດແມ່ນຊົນເຜົ່າສ່ວນໜ້ອຍ ມີພົນລະເມືອງໜ້ອຍເວົ້າສະເພາະ. ທ່ານນາງຢືນຢັນວ່າ: ແຕ່ລະຊົນເຜົ່າໃນມະຫາຄອບຄົວບັນດາເຜົ່າ ຫວຽດນາມ ລ້ວນແຕ່ມີຄຸນຄ່າທີ່ເປັນມູນເຊື້ອອັນລ້ຳຄ່າ. ສະເພາະ ທ່ານນາງຮອງປະທານປະເທດ ຊີ້ແຈ້ງວ່າ: ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລເຖິງເລື່ອງຮັກສາສີສັນວັດທະນະທຳຊົນເຜົ່າ ຫວຽດນາມ. ພ້ອມກັນນັ້ນ, ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປິນ, ຜູ້ມີອິດທິພົນຊື່ສຽງຂອງບັນດາຊົນເຜົ່າສ່ວນໜ້ອຍແມ່ນແກ່ນສານ, ນຳໜ້າ, ມີບົດບາດສຳຄັນໃນການຂົນຂວາຍພໍ່ແມ່ປະຊາຊົນຂອງຕົນອະນຸລັກຮັກສາສາງວັດທະນະທຳອັນລ້ຳຄ່າຂອງຊາດ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ສະເໜີ: ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຄວນຕັ້ງໜ້າຄົ້ນຄ້ວາ, ຜັນຂະຫຍາຍບັນດາເນື້ອໃນສົບທົບກັນ, ປະຕິບັດບັນດາເນື້ອໃນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ຫວຽດນາມ ເປັນຢ່າງດີ.