ພິຈາລະນາຮ່າງລັດຖະທຳມະນູນ ສະບັບປັບປຸງກ່ອນທີ່ຈະເອົາຄຳເຫັນ ຈາກປະຊາຊົນ

ພິຈາລະນາຮ່າງລັດຖະທຳມະນູນ ສະບັບປັບປຸງກ່ອນທີ່ຈະເອົາຄຳເຫັນ ຈາກປະຊາຊົນ - ảnh 1

ສ້າງຕັ້ງຄະນະ​ກຳມະການ​ຮຽບຮຽງ

ຮ່າງ​ລັດຖະທຳ​ມະນູນປີ 1992

(ພາບ:vneconomy.vn)

(VOV)-ຕອນ​ເຊົ້າວັນ​ທີ 17/12, ຄະນະ​ກຳມະການ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນສະບັບປັບປຸງ​​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງທີ 5 ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນພາຍຫຼັງ​ການ​ດັດ​ແກ້, ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຫວ່າງ​ແລ້ວ​ນີ້. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງຮຸ່ງ ​ເນັ້ນຫນັກ​ວ່າ: ​ເລື່ອງ​ນຳຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ​ມາ​ເອົາ​ຄຳ​ເຫັນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ແມ່ນ​ການ​ຄັດ​ເລືອກ​ບັນດາ​ສິ່ງ​ຍອດ​ຍິ່ງ, ພູມ​ປັນຍາ​ຂອງ​ປະຊາຊົນ, ພ້ອມ​ທັງ​ສືບ​ຕໍ່​ຮັບ, ດັດ​ແກ້​ຢ່າງ​ມີ​ລັກສະນະ​ວິທະຍາສາດ, ໜັກ​ແໜ້ນ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ.

    ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງຈະ​ຖືກ​ຍົກ​ອອກ​ມາ​ເພື່ອ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນນັບ​ແຕ່​ວັນ​ທີ 2/1-31/3/2013. ບັນດາ​ຄຳ​ເຫັນ​ປະກອບ​ຈະ​ຖືກລວບ​ລວມຢ່າງ​ຄົບ​ຖ້ວນ, ຊັດ​ເຈນ, ​ໄດ້​ຮັບ​ການຄົ້ນຄ້ວາ, ອະທິບາຍ​ຢ່າງ​ເຂັ້ມງວດ​ເພື່ອ​ສ້າງຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງສຳ​ເລັດ.

 

 

ຂ່າວ/ບົດ​ອື່ນ