ພັດທະນາການຄົ້ນຄ້ວາໝູນໃຊ້ເຕັກໂນໂລຊີຊີວະສາດໃນກະສິກຳ
ກອງປະຊຸມ “ພັດທະນາການຄົ້ນຄ້ວາ
ໝູນໃຊ້ເຕັກໂນໂລຊີຊີວະສາດໃນກະສິກຳ”
(ພາບ: tintucnongnghiep.com)
(vovworld)-ໄລຍະແຕ່ປີ 2006-2014, ໂຄງການເຕັກໂນໂລຊີຊີວະສາດກະສິກຳ-ສິນໃນນ້ຳ ໄດ້ ແລະ ພວມຜັນຂະຫຍາຍ 214 ຫນ້າທີ່ວິທະຍາສາດເຕັກໂນໂລຊີ, ໃນນັ້ນ ມີ 145 ຫນ້າທີ່ແມ່ນຂຶ້ນກັບຂົງເຂດກະສິກຳ, 69 ຫນ້າທີ່ ແມ່ນຂຶ້ນກັບຂົງເຂດສິນໃນນ້ຳ ດ້ວຍຍອດງົບປະມານກວ່າ 550 ຕື້ດົງ. ກ່າວຄຳເຫັນທີ່ກອງປະຊຸມ “ພັດທະນາການຄົ້ນຄ້ວາໝູນໃຊ້ເຕັກໂນໂລຊີຊີວະສາດໃນກະສິກຳ” ຊື່ງດຳເນີນໄປໃນວັນທີ 27/6 ຢູ່ ຮ່າໂນ້ຍ, ທ່ານ ກາວດືກຟາດ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ເນັ້ນຫນັກວ່າ: ຫນ້າທີ່ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງໄດ້ຮັບຖືວ່າແມ່ນຫນ້າທີ່ສຳຄັນທີ່ສຸດຄວນໃຫ້ບຸລິມະສິດໃນໄລຍະປະຈຸບັນ. ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດບໍ່ພຽງແຕ່ໃຫ້ແກ່ບັນດາອົງການຂຶ້ນກັບກະຊວງເທົ່ານັ້ນ ຫາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລອີກດ້ວຍ ເພື່ອເພີ່ມກຳລັງຄວາມສາມາດໝູນໃຊ້ເຕັກໂນໂລຊີຊີວະສາດຂອງກະຊວງ, ຂະແຫນງການໃນໄລຍະຕໍ່ໄປ.