ພັດທະນາການທ່ອງທ່ຽວແບບຍືນຍົງໃນບັນດາເຂດມໍລະດົກທຳມະຊາດໂລກ

(VOVWORLD) -ຕອນເຊົ້າວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ອົງການອະນຸລັກຮັກສາທຳມະຊາດໂລກ (IUCN) ຈັດການໂອ້ລົມສົນທະນາກັບສື່ມວນຊົນດ້ວຍຫົວຂໍ້ “ພັດທະນາການທ່ອງທ່ຽວແບບຍືນຍົງໃນບັນດາເຂດມໍລະດົກ”
ພັດທະນາການທ່ອງທ່ຽວແບບຍືນຍົງໃນບັນດາເຂດມໍລະດົກທຳມະຊາດໂລກ - ảnh 1(ພາບປະກອບ: TTXVN)

ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບຄວາມສຳຄັນຂອງການພັດທະນາການທ່ອງທ່ຽວແບບຍືນຍົງຢູ່ບັນດາເຂດມໍລະດົກ ຜ່ານສື່ມວນຊົນ ແລະ ສື່ສານ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ Jake Brunner, ຜູ້ຮັກສາການຫົວໜ້າ IUCN ຫວຽດນາມ ໃຫ້ຮູ້ວ່າ, ຂະແໜງທ່ອງທ່ຽວໄດ້ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ຊັບພະຍາກອນທຳມະຊາດ ແລະ ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາທາງດ້ານເສດຖະກິດຂອງຫວຽດນາມ.

        ທີ່ການໂອ້ລົມສົນທະຍນາ, ບັນດານັກຂ່າວໄດ້ເຂົ້າຮ່ວມການປຶກສາຫາລືກຸ່ມກ່ຽວກັບບັນດາບັນຫາຕົ້ນຕໍ່ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວໃນບັນດາເຂດມໍລະດົກຢູ່ຫວຽດນາມ ຄື: ການວາງແຜນຜັງການທ່ອງທ່ຽວກ່ຽວກັບພື້ນຖານໂຄງລ່າງ, ການວາງແຜນຜັງການທ່ອງທ່ຽວກ່ຽວກັບການບໍລິການ; ອະນຸລັກຮັກສາ ແລະ ຮັກສາຊີວະນາໆພັນ… ຄຽງຂ້າງນັ້ນ, ບັນດານັກຊ່ຽວຊານໄດ້ສະເໜີບັນດາມດາຕະການພັດທະນາການທ່ອງທ່ຽວແບບຍືນຍົງຢູ່ບັນດາເຂດມໍລະດົກທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ