ພັດທະນາຄວາມສາມາດບົ່ມຊ້ອນການຮ່ວມມືເສດຖະກິດລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ

(VOVWORLD) - ກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະຢ້ຽມຢາມ ຮ່າໂນ້ຍ ແຕ່ວັນທີ 11 – 12 ກັນຍາ. 

ການຢ້ຽມຢາມແນໃສ່ຊຸກຍູ້ການພັດທະນາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ແລະ ເປີດກ້ວາງການສຳພັດກັບຕະຫລາດລະຫວ່າງ 2 ປະເທດ ອິນໂດເນເຊຍ ແລະ ຫວຽດນາມ.

        ຕາມໂຄສົກກະຊວງການຕ່າງປະເທດ ອິນໂດເນເຊຍ Arrmanatha Nasir ແລ້ວ, ບົນພື້ນຖານບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ 2 ປະເທດນັ້ນ, ທ່ານປະທານາທິບໍດີ Widodo ປາດຖະໜາວ່າ 2 ປະເທດເສີມຂະຫຍາຍໄດ້ບັນດາໂອກາດການຮ່ວມມືຫລາຍກ່ວາອີກ. ຄາດວ່າ ໃນການຢ້ຽມຢາມທາງລັດຖະກິດຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີ Widodo ແລະ ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ຈະປຶກສາຫາລືບາງບັນຫາ, ໃນນັ້ນ ມີການຮ່ວມມືໃນຂົງເຂດເດີນທະເລ ແລະ ສິນໃນນ້ຳ ກໍ່ຄືເລື່ອງກຳນົດຂີດຂັ້ນເຂດເສດຖະກິດພິເສດຢູ່ທະເລຕາເວັນອອກ. ລັດຖະບານ ອິນໂດເນເຊຍ ແລະ ລັດຖະບານ ຫວຽດນາມ ກໍ່ຄາດວ່າ 2 ຝ່າຍຈະລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບດ້ານສາທາລະນະສຸກ ແລະ ການທ່ອງທ່ຽວ 2 ສະບັບ, ພ້ອມທັງ ຍົກອອກແຈ້ງການຮ່ວມກ່ຽວກັບການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ.

        ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Widodo ກໍ່ມີບົດກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ດ້ວຍຫົວຂໍ້ວ່າ “ບັນດາບຸລິມະສິດຂອງ ອາຊຽນ ໃນການປະຕິວັດອຸດສາຫະກຳຄັ້ງທີ 4”.

ຕອບກັບ

ຂ່າວ/ບົດ​ອື່ນ