ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ກ່າວຄຳເຫັນທີ່ພິທີ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 5/11, ກະຊວງສາທາລະນະສຸກ ສົມທົບກັບຄະນະຊີ້ນຳເຂດໄຕບັກ(ໝາຍເຖິງທາງທິດຕາເວັນຕົກສ່ຽງເຫນືອຫວຽດນາມ) ແລະ ຄະນະກຳມະການປະຊາຊົນແຂວງ ບັກກ້ານ ໄດ້ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງສຸກສາລາ ຕາແສງ ກາວກີ, ເມືອງ ເຈີ້ເມີຍ ແຂວງ ບັກກ້ານ. ນີ້ແມ່ນຫນຶ່ງໃນຈຳນວນສຸກສາລາ 89 ແຫ່ງ ຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດທີ່ຫາກໍ່ໄດ້ຮັບການກໍ່ສ້າງໃຫມ່. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວຫນ້າຄະນະຊີ້ນຳເຂດໄຕບັກ ຢືນຢັນ: ປັບປຸງ ແລະ ພັດທະນາລະບົບສາທາລະນະສຸກຂັ້ນຮາກຖານ, ໃນນັ້ນ ມີສາທາລະນະສຸກເມືອງ, ສຸກສາລາຕາແສງ ແລະ ບ້ານ ແມ່ນຫນຶ່ງໃນບັນດານະໂຍບາຍທີ່ພັກ, ສະພາແຫ່ງຊາດ ແລະ ລັດຖະບານ ສືບຕໍ່ບຸລິມະສິດໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີວ່າ:
“ພ້ອມກັບຂະແຫນງສາທາລະນະສຸກ, ບັນດາທ້ອງຖິ່ນສືບຕໍ່ເປັນເຈົ້າການກວ່າໃນການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ, ພິເສດແມ່ນ ບັນດາອຸປະກອນການແພດທີ່ຈຳເປັນຢູ່ບັນດາສຸກສາລາ. ສືບຕໍ່ສົມທົບກັບກະຊວງສາທາລະນະສຸກ ເພື່ອສົ່ງພະນັກງານການແພດ ຜັດປ່ຽນກັນລົງຂັ້ນຮາກຖານ ເພື່ອກວດ ແລະ ປິ່ນປົວໃຫ້ແກ່ປະຊາຊົນ.”