ພິທີຊັກທຸງອາຊຽນຢູ່ລັດອົດສະຕາລີຕາເວັນຕົກເນື່ອງໃນໂອກາດ 48 ປີແຫ່ງວັນສ້າງຕັ້ງ


  ພິທີຊັກທຸງອາຊຽນຢູ່ລັດອົດສະຕາລີຕາເວັນຕົກເນື່ອງໃນໂອກາດ 48 ປີແຫ່ງວັນສ້າງຕັ້ງ - ảnh 1
​ພິ​ທີ​ຊັກ​ທຸງ​ອາ​ຊຽນ

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ, ຕອນ​ເຊົ້າ​ວັນ​ທີ 5/8, ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ​ປະ​ຈຳ Perth, ໃນ​ຖາ​ນະ​ບົດ​ບາດ​ເປັນ​ປະ​ທານ​ກຸ່ມ​ບັນ​ດາ​ປະ​ເທດ​ອາ​ຊຽນ ພ້ອມ​ກັບ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ ສົມ​ທົບ​ກັບ​ນະ​ຄອນ Perth ຈັດ​ພິ​ທີ​ຊັກ​ທຸງ​ອາ​ຊຽນ​ຢູ່ ສຳ​ນັກ​ງານ​ປົກ​ຄອງ​ນະ​ຄ​ອນ. ຕາງ​ໜ້າ​ກຸ່ມສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ລັດ​ອົດ​ສະ​ຕາ​ລີ​ຕາ​ເວັນ​ຕົກ, ທ່ານຫົວ​ໜ້າ​ສະ​ຖານ​ກົງ​ສູນໃຫຍ່ຫວຽດ​ນາມ ເລ​ວຽດ​ຢ​ວຽນ ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບວິ​ວັດ​ທະ​ນາ​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອາຊຽນ​ແນ​ໃສ່​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ​ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ທີ່​ພວມ​ເພີ່ມ​ທະ​ວີ​ຂຶ້ນ​ຢູ່​ເຂ​ດ​ທະ​ເລ​ຕາ​ເວັນ​ອອກ. ທ່ານຫົວ​ໜ້າ​ສະ​ຖານ​ກົງ​ສູນໃຫຍ່ຫວຽດ​ນາມ ເລ​ວຽດ​ຢ​ວຽນ ຍັງ​ສະ​ແດງ​ຄວາມ​ຫວັງ​ວ່​າ ນະ​ຄອນ Perth ຈະ​ຍູ້​ແຮງ​ການ​ພົວ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ