ບັນດາຜູ້ແທນເຂົ້າຮ່ວມພິທີຊຸມນຸມມິດຕິງລະດັບຊາດ ສະເຫຼີມສະຫຼອງວັນອຸຕຸນິຍົມໂລກ |
(vovworld)- ຕອນເຊົ້າວັນທີ 23/3, ຢູ່ນະຄອນວິງ, ແຂວງເງະອ່ານ, ໄດ້ດຳເນີນພິທີຊຸມນຸມມິດຕິງລະດັບຊາດສະເຫຼີມສະຫຼອງວັນອຸຕຸນິຍົມໂລກດ້ວຍຫົວເລື່ອງ “ ດິນຟ້າອາກາດ - ຮັບຮູ້ເພື່ອກະທຳ”. ກ່າວຄຳເຫັນທີ່ ພິທີຊຸມນຸມມິດຕິງ, ທ່ານລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິນກວາງ ໄດ້ຊີ້ແຈ້ງວ່າ :
“ ພວກເຮົາຕ້ອງມານະພະຍາຍາມຫຼາຍກ່ວາອີກເພື່ອແນໃສ່ປະກອບສ່ວນຍົກສູງຄວາມຮັບຮູ້, ການກະທຳຂອງແຕ່ລະຄົນໃນກິດຈະການປ້ອງກັນ, ຫຼີກລ້ຽງ ແລະ ຫຼຸດຜ່ອນໄພທຳມະຊາດ ແລະ ຮັບມືກັບການກະທົບຈາກການປ່ຽນແປງຂອງກິນຟ້າອາກາດຢ່າງມີປະສິດທິຜົນ. ຂ້າພະເຈົ້າສະເໜີອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆໃນທົ່ວປະເທດຄວນຊາບຊຶມຢ່າງເລິກເຊິ່ງ, ກ້ວາງຂວາງໃນໝູ່ປະຊາຊົນ ແລະ ວົງການວິສາຫະກິດກ່ຽວກັບຄວາມສຳຄັນຂອງວຽກງານອຸຕຸນິຍົມອຸໂທກກະສາດ. ປົກປັກຮັກສາ ແລະ ພັດທະນາບັນດາກິດຈະກຳ ອຸຕຸນິຍົມອຸໂທກກະສາດເພື່ອຮັບໃຊ້ວຽກງານປ້ອງກັນ, ຫຼີກລ້ຽງ ແລະ ຫຼຸດຜ່ອນໄພທຳມະຊາດ ແລະ ຮັບມືກັບການກະທົບຈາກການປ່ຽນແປງຂອງກິນຟ້າອາກາດ ”
ເນື່ອງໃນໂອກາດນີ້, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ແລະ ແຂວງເງະອ່ານໄດ້ປຸກລະດົມການປູກຕົ້ນໄມ້ ແລະ ຈັດກອງປະຊຸມສຳມະນາຫົວເລື່ອງກ່ຽວກັບການພະຍາກອນ ອຸຕຸນິຍົມອຸໂທກກະສາດ, ຄຸ້ມຄອງຄວາມສ່ຽງໄພທຳມະຊາດ, ແລະ ຮັບມືກັບການກະທົບຈາກການປ່ຽນແປງຂອງກິນຟ້າອາກາດ.