ພິທີປະດັບຫຼຽນໄຊຂອງພັກ,ລັດຫວຽດນາມໃຫ້ການນຳຂັ້ນສູງລາວ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສູນກອງປະຊຸມແຫ່ງຊາດລາວ, ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ປະດັບຫຼຽນໄຊດາວຄຳໃຫ້ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

ພິທີປະດັບຫຼຽນໄຊຂອງພັກ,ລັດຫວຽດນາມໃຫ້ການນຳຂັ້ນສູງລາວ - ảnh 1 ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ

(ກ່າວຄຳເຫັນທີພິທີ)

ຫຼຽນໄລໂຮ່ຈິມິນ ໃຫ້ກຳມະການກົມການເມືອງ 6 ທ່ານ ແລະ ຫຼຽນໄຊເອກະລາດຊັ້ນໜຶ່ງ ໃຫ້ເລຂາສູນກາງພັກປະຊາຊົນປະຕິວັດລາວ 3 ທ່ານ ທີ່ມີຄຸນງາມຄວາມດີສ່ວນອັນໃຫຍ່ຫຼວງ ແລະ ມີຜົນງານດີເດັ່ນຫຼາຍຢ່າງໃນການສ້າງສາ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ຮັກສາ, ເພີ່ມພູນຄຸນສ້າງໃຫ້ແກ່ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ