ພິທີພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019

(VOVWORLD) - ຕອນເຊົ້າວັນທີ 25 ກໍລະກົດ, ທີ່ຮ່າໂນ້ຍ ໄດ້ດຳເນີນການພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019 ຈຳນວນ 500 ຄົນ.

 ການພົບປະສັງສັນໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ, ໜັງສືພິມປະຊາຊົນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະຖານີໂທລະພາບ ຫວຽດນາມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ສົມທົບກັນຈັດຕັ້ງ. ນີ້ແມ່ນເຫດການທີ່ມີຄວາມໝາຍຢ່າງເລິກເຊິ່ງ ນອນໃນບັນດາການເຄື່ອນໄຫວຟົດຟື້ນທີ່ພວມດຳເນີນໄປໃນທົ່ວປະເທດ ແນໃສ່ສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊິວິດເພື່ອຊາດ (27/07/1947 – 27/07/2019).

ພິທີພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019 - ảnh 1 ພິທີພົບປະສັງສັນຍ້ອງຍໍຊົມເຊີຍທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດປີ 2019 (ພາບ: TTXVN)

        ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຜູ້ແທນ 500 ຄົນແມ່ນທະຫານເສຍອົງຄະລະດັບໜັກດີເດັ່ນທົ່ວປະເທດທີ່ທີ່ມີໜ້າຢູ່ໃນງານພົບປະສັງສັນ ລ້ວນແຕ່ແມ່ນບັນດາຕົວພະຍານ, ບັນດາແບບຢ່າງຂອງຈິດໃຈອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ອົງອາດກ້າຫານເຂົ້າຮ່ວມການຕໍ່ສູ້ ເພື່ອເອກະລາດ, ເສລີພາບ, ເອກະພາບຂອງປະເທດຊາດ ແລະ ເພື່ອຊີວິດອັນດີງາມໃຫ້ພໍ່ແມ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລ ປະຕິບັດວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເປັນຢ່າງດີ, ມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ໄດ້ກາຍເປັນຄວາມງາມວັດທະນະທຳໃນຊີວິດທາງດ້ານຈິດໃຈຂອງປະເທດ ຫວຽດນາມ.

        ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍມານະຈິດ, ເຈດຈຳນົງບືນຕົວຂຶ້ນຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເຊິ່ງທະຫານເສຍອົງຄະລະດັບໜັກ 500 ຄົນມີໜ້າຢູ່ໃນງານພົບປະສັງສັນນີ້ ແມ່ນຜູ້ແທນດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ