ພິທີມອບລາງວັນແມ່ຍິງຫວຽດນາມ 2019

(VOVWORLD) -ຕອນເຊົ້າວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດພິທີມອບລາງວັນແມ່ຍິງຫວຽດນາມ 2019, ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ແລະ ວັນແມ່ຍິງຫວຽດນາມ ( 20 ຕຸລາ).

ພິທີມອບລາງວັນແມ່ຍິງຫວຽດນາມ 2019 - ảnh 1ພິທີມອບລາງວັນແມ່ຍິງຫວຽດນາມ 2019

(ພາບ: TTXVN)

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຕີລາຄາສູງຄວາມສຸມຈິດສຸມໃສ່ ແລະ ປະສິດທິຜົນການເຄື່ອນໄຫວຂອງສະຫະພັນແມ່ຍິງຫວຽດນາມ ຂັ້ນຕ່າງໆໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ ຕໍ່ໜ້າຄວາມຮຽກຮ້ອງຂອງປະເທດຊາດແມ່ນຕ້ອງພັດທະນາຢ່າງໄວ, ໝັ້ນຄົງຍາວນານກວ່າ, ຄວນປຸກລຸກບັນດາຄຸນຄ່າທາງດ້ານວັດທະນະທຳ, ມູນເຊື້ອອັນດີງາມຂອງຊາວຫວຽດນາມ ເວົ້າລວມ, ແມ່ຍິງຫວຽດນາມ ເວົ້າສະເພາະ.

        “ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນເຊື້ອຂອງແມ່ຍິງຫວຽດນາມ, ຂອງສະຫະພັນແມ່ຍິງຫວຽດນາມ, ແນ່ນອນວ່າ ວຽກງານແມ່ຍິງຈະໄດ້ຮັບການຍູ້ແຮງກວ່າອີກໃນໄລຍະຈະມາເຖິງ ແລະ ມີບັນດາການປະກອບສ່ວນນັບມື້ນັບສຳຄັນເຂົ້າໃນພາລະກິດລວມຂອງປະເທດຊາດ, ພັດທະນາຢ່າງໄວ, ໝັ້ນຄົງກວ່າອີກ ເພື່ອແນໃສ່ປົກປັກຮັກສາເອກະລາດຂອງປະເທດຊາດ, ເພື່ອໃຫ້ຫວຽດນາມ ກ້າວຂຶ້ນທຽບເທົ່າກັບເພື່ອນມິດ 5 ທະວີບ ຄືດັ່ງຄວາມປາດຖະໜາຂອງປະທານໂຮ່ຈີມິນ.”

        ປີ 2019, ລາງວັນແມ່ຍິງຫວຽດນາມ ໄດ້ມອບໃຫ້ 6 ໝູ່ຄະນະ, 10 ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນທຸກຂົງເຂດຂອງຊີວິດ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງສັງຄົມ.

ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງ ກໍ່ໄດ້ມອບໃບຍ້ອງຍໍໃຫ້ບັນດານັກຮຽນທີ່ມີຜົນງານດີເດັ່ນໃນບັນດາການເສັງນັກຮຽນເກັ່ງສາກົນ, ແຫ່ງຊາດສົກຮຽນ 2018 – 2019; ປຸກລະດົມການເສັງປະດິດແຕ່ງຫົວເລື່ອງກ່ຽວກັບແມ່ຍິງ ແລະ ສະຫະພັນແມ່ຍິງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ