ພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງບໍລິສັດໄປສະນີ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 16 ມິຖຸນາ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານ ຊັ້ນ 3. ແຂກເຂົ້າຮ່ວມມີ: ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ; ທ່ານ ວູດຶກດາມ ຮອງນາຍົກລັດຖະມົນຕີ.
ພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງບໍລິສັດໄປສະນີ ຫວຽດນາມ - ảnh 1 ທ່ານ ວູດຶກດາມ ຮອງນາຍົກລັດຖະມົນຕີ (ພາບ: ຫວຽດນາມ+)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ວູດຶກດາມ ຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າຜ່ານ 10 ປີ ແຫ່ງວັນສ້າງຕັ້ງ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໄດ້ມີການປ່ຽນແປງໃໝ່ຢ່າງຮອບດ້ານ, ພິເສດແມ່ນຕັ້ງໜ້າເຂົ້າຮ່ວມການຊຸກຍູ້ດ້ານເສດຖະກິດ-ສັງຄົມ, ເຂົ້າຮ່ວມການປ່ຽນໃໝ່ວຽກງານການບໍລິການໃນຫຼາຍຂົງເຂດຕ່າງກັນ, ກາຍເປັນກົກແຂນເຊື່ອມຍາວຂອງລະບົບບໍລິຫານລົງມາສູປະຊາຊົນເທື່ອລະກ້າວ. ທ່ານ ວູດຶກດາມ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ແນມເຫັນຕົວອັກສອນ “ໄປສະນີຫວຽດນາມ” ແມ່ນເຫັນຄວາມເຊື່ອໝັ້ນ. ອີກເທື່ອໜຶ່ງມັນໄດ້ຮຽກຮ້ອງໃຫ້ມີຄວາມກ້າຫານໃນການປ່ຽນແປງໃໝ່, ກາຍຂ້າມຕົນເອງ, ສ້າງພາບພົດບໍລິສັດໄປສະນີ ທີ່ຍາມໃດກໍ່ແມ່ນກຳລັງໜຶ່ງທີ່ມີຄວາມຈົ່ງຮັກພັກດີຂອງພັກ, ຂອງລັດຖະບານ ແລະ ຂອງປະຊາຊົນ”.

        ທີ່ພິທີດັ່ງກ່າວ, ຕາງໜ້າໃຫ້ພັກ, ລັດຖະບານ ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ມອບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ແກ່ໝູ່ຄະນະບໍລິສັດໃຫຍ່ໄປສະນີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ