ພິທີສະເຫຼີມສະຫຼອງ100ປີແຫ່ງວັນເກີດຂອງວິລະຊົນຫຼີຕຶ້ຈ້ອງ
ບັນດາຜູ້ແທນສູນກາງຄະນະຊາວໜຸ່ມສູນກາງໄດ້ທູບທຽນເພື່ອອາໄລຫາວິລະຊົນ ຫຼືຕື້ຈ້ອງ
(ພາບ: V.ĐỊNH)
(vovworld) - ຕອນເຊົ້າວັນທີ 19/10, ຢູ່ສູນວັດທະນະທຳຮູບເງົາແຂວງ ຮ່າຕິ້ງ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກະຊວງຕຳຫຼວດ ແລະ ແຂວງ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີ ແຫ່ງວັນເກີດຂອງວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຫຼີຕຶ້ຈ້ອງ (20/10/1914-20/10/2014). ເຊິ່ງແມ່ນສະມາຊິກຊາວໜຸ່ມກອມມູນິດຜູ້ທຳອິດຂອງການປະຕິວັດຫວຽດນາມ. ອ່ານສູນທອນພົດທີ່ພິທີ, ເລຂາທີໜຶ່ງ ສູນກາງຊາວໜຸ່ມກອມມູນິດຫວຽດນາມ ຫງວຽນດັກວິງ ໄດ້ທົບທວນຄືນຊີວິດ ແລະ ການເສຍສະຫຼະຊີວິດອັນສູງສົ່ງຂອງ ຫຼີຕຶ້ຈ້ອງ ແລະ ມູນເຊື້ອຮັກຊາດຂອງຊາວໜຸ່ມຫວຽດນາມ ຜ່ານບັນດາໄລຍະປະຫວັດສາດ. ອ້າຍ ຫງວຽນດັກວິງ ຢືນຢັນວ່າ, ສຳລັບຊາວໜຸ່ມຫວຽດນາມ, ຄວາມຮັກປະເທດຊາດຈະບໍ່ປ່ຽນແປງຢ່າງເດັດຂາດ ແລະ ນຳ້ໃຈຮັກຊາດຂອງ ຫຼີຕຶ້ຈ້ອງ ຍາມໃດກໍ່ແມ່ນແປວໄຟເຍືອງທາງໃຫ້ແກ່ຊາວໜຸ່ມຫວຽດນາມ.