(vovworld) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 82 ປີແຫ່ງວັນຄ້າຍວັນເກີິດພະເຈົ້າຈັກກະພັດຍີ່ປຸ່ນ, ຖືກດຳເນີນໃນຕອນຄ່ຳວັນທີ 08/12, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Hiroshi Fukada ໄດ້ຫວນຄືນບັນດາເຫດການສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ທີ່ດຳເນີນໃນປີ 2015, ພ້ອມກັບບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳອື່ນໆ ໄດ້ຊ່ວຍໃຫ້ປະຊາຊົນ 2 ປະເທດນັ້ບມື້ນັບມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານ Hiroshi Fukada ເນັ້ນໜັກວ່າ ການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເມື່ອເດືອນ 09 ຜ່ານມາ ໄດ້ປະກອບສ່ວນນຳການພົວພັນ 2 ຝ່າຍໃນຫຼາຍຂົງເຂດລະຫວ່າງ 2 ປະເທດນັບມື້ນັບພັດທະນາ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ. ສ່ວນທ່ານລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ດິງລາທັງ ໄດ້ສົ່ງພອນໄຊອັນປະເຊີດພະເຈົ້າຈັກກະພັດ, ພະລາຊີນີ ພ້ອມກັບບັນດາສະມາຊິກພະລາຊະວົງ, ສະພາແຫ່ງຊາດ ແລະ ປະຊາຊົນຍີ່ປຸ່ນ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງພະເຈົ້າຈັກກະພັດຍີ່ປຸ່ນ ອາກີໂຕະ. ທ່ານ ດິງລາທັງ ເຊື່ອໝັ້ນວ່າ, ລັດຖະບານ ແລະ ປະຊາຊົນ 2 ປະເທດຈະສືບຕໍ່ມີບັນດາການເຄື່ອນໄຫວຮ່ວມມືລະອຽດ, ມີປະສິດທິຜົນ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານກວ່າ.