ພິທີຮັບກະແສນ້ຳມັນທຳອິດຈາກໂຄງການຊືຕື໋ເນົາ
ແລະຊືຕື໋ວ່າງຕາເວັນຕົກສຽງໃຕ້
photo:vov
|
(vovworld)-ຕອນຄ່ຳວັນທີ 24/10, ຢູ່ນະຄອນໂຮ່ຈີມີນ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລະ ບັນດາຜູ້ແທນໄດ້ປະຕິບັດພິທີການກົດປຸ່ມ ເພື່ອຮັບກະແສນ້ຳມັນທຳອິດຈາກ ບໍ່ຊືຕື໋ເນົາ ແລະ ເຂດເປີດກວ້າງບໍ່ຊືຕື໋ວ່າງ. 2 ໂຄງການດັ່ງກ່າວ ໄດ້ຮັບການຜັນຂະຫຍາຍໃນທ້າຍປີ 2013, ມີຍອດຈຳນວນເງິນລົງທຶນ 870 ລ້ານ USD. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ:
“ບໍລິສັດຮ່ວມທຸລະກິດບໍລິຫານ ກືວລອງ JOC ໄດ້ນຳ 2 ໂຄງການດັ່ງກ່າວເຂົ້າເຄື່ອນໄຫວໄວກວ່າການກຳນົດເວລາ ໄດ້ປະກອບສ່ວນສຳຄັນໃນການຜະລິດປະລິມານນ້ຳມັນດິບປະມານ 0,5 ລ້ານໂຕນ, ປະກອບສ່ວນໃຫ້ແກ່ປະລິມານການຜະລິດນ້ຳມັນໃນປີ 2014. ພ້ອມກັບກຸ່ມນ້ຳມັນອາຍແກສແຫ່ງຊາດຫວຽດນາມ ຍົກປະລິມານການຜະລິດນ້ຳມັນໃຫ້ລື່ນກາຍ 1 ລ້ານໂຕນ, ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດໃນປີນີ້ຂອງຫວຽດນາມ.ນີ້ແມ່ນສິ່ງສຳຄັນທີ່ສຸດ.”