ພິທີເປີດສະຫຼອງເຮືອນປະສົມດ່ານຊາຍແດນສາກົນເກົ່າແຈວ

(VOVWORLD) -ຕອນເຊົ້າວັນທີ 03 ທັນວາ, ຢູ່ເຂດເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ, ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ໄດ້ຈັດພິທີເປີດສະຫຼອງເຮືອນປະສົມດ່ານຊາຍແດນສາກົນ ເກົ່າແຈວ ສົມທົບປະຕູແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີ.
ພິທີເປີດສະຫຼອງເຮືອນປະສົມດ່ານຊາຍແດນສາກົນເກົ່າແຈວ - ảnh 1 (ພິທີເປີດສະຫຼອງເຮືອນປະສົມດ່ານຊາຍແດນສາກົນເກົ່າແຈວ)

ເຮືອນປະສົມດ່ານຊາຍແດນສາກົນ ເກົ່າແຈວ ສົມທົບປະຕູແຫ່ງຊາດ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ເດືອນ ກໍລະກົດ 2011, ແມ່ນໂຄງການຈຸດສຸມບຸລິມະສິດລົງທຶນຢູ່ເຂດເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ, ຮັບໃຊ້ການເຄື່ອນໄຫວທາງດ້ານການພົວພັນກັບຕ່າງປະເທດ, ກວດກາຂອງບັນດາຂະແໜງການ, ບັນດາກຳລັງທີ່ມີໜ້າທີ່ຢູ່ດ່ານຊາຍແດນ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດຊາຍແດນ, ຄວາມປອດໄພໃຫ້ແກ່ມະນຸດ, ພາຫະນະໄປມາຢູ່ເຂດດ່ານຊາຍແດນ. ນອກນັ້ນ, ກິດຈະກຳຍັງເປັນສັນຍາລັກຂອງຊາດ, ຮັບປະກັນປັດໃຈດ້ານວັດທະນະທຳ, ການເມືອງ, ອະທິປະໄຕຜືນແຜ່ນດິນຂອງປະເທດຊາດ ແລະ ຄວາມສາມັກຄີມິດຕະພາບລະຫວ່າງຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ