ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 20 ປີແຫ່ງວັນຄົນພິການ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 18 ເມສາ, ທີ່ຮ່າໂນ້ຍ, ສະຫະສະມາຄົມຄົນພິການ ຫວຽດນາມ ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 20 ປີແຫ່ງວັນຄົນພິການ ຫວຽດນາມ.
ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 20 ປີແຫ່ງວັນຄົນພິການ ຫວຽດນາມ - ảnh 1 ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 20 ປີແຫ່ງວັນຄົນພິການ ຫວຽດນາມ

ໃນຊຸມປີທີ່ຜ່ານມາ, ພັກ ແລະ ລັດໄດ້ມີຄວາມເອົາໃຈໃສ່ຫລາຍຢ່າງ, ປະກາດໃຊ້ບັນດາກົນໄກນະໂຍບາຍຊ່ວຍເຫຼືອຄົນພິການ. ແລະ ປີນີ້ ແມ່ນປີທີ 8 ປະຕິບັດກົດໝາຍວ່າດ້ວຍຄົນພິການ ຫວຽດນາມ, ປີທີ 4 ສະພາແຫ່ງຊາດໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍກົດບັດສາກົນກ່ຽວກັບສິດທິຄົນພິການ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ດັ້ງຮີງມາຍ ປະທານສະຫະສະມາຄົມຄົນພິການ ຫວຽດນາມ ຢືນຢັນວ່າ:

        “ພວກເຮົາສ້າງເງື່ອນໄຂສະດວກ ເພື່ອໃຫ້ຄົນພິການໄດ້ເຊື່ອມຕໍ່, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ຄົນພິການດີເດັ່ນໄດ້ຮັບການລະດົມກຳລັງໃຈຄືການສົ່ງເສີມດ້ານຈິດໃຈກໍ່ຄືຊີວິດດ້ານວັດຖຸ. ຄວາມເອກອ້າງທະນົງໃຈຂອງສະຫະສະມາຄົມ ນັ້ນແມ່ນບັນດາຄົນພິການທີ່ເປັນຫົວໜ້າບັນດາອົງການຈັດຕັ້ງຂອງຄົນພິການຢູ່ຂັ້ນຮາກຖານ ໄດ້ມີການເຄື່ອນໄຫວແຕ່ຮູບພາບຈົນເຖິງເນືື້ອໃນລ້ວນແຕ່ເຂົ້າສູ່ພຶດຕິກຳຕົວຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ