ພິທີໄຂຄ້າຍພັກແລ້ງຫວຽດນາມ 2015 “ ຄວາມເອກອ້າງທະນົງໃຈຫວຽດນາມ ” |
(vovworld)- ຕອນເຊົ້າວັນທີ 16/7, ພິທີໄຂຄ້າຍພັກແລ້ງຫວຽດນາມ 2015 ດ້ວຍຫົວຂໍ້ “ ຄວາມເອກອ້າງທະນົງໃຈຫວຽດນາມ ” ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍ, ຊຶ່ງມີການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນຫວຽດນາມ 160 ຄົນທີ່ພວມດຳລົງຊີວິດຢູ່ 21 ປະເທດ ແລະ ເຂດແຄ້ວນໃນໂລກ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ວູ້ຮົ່ງນາມ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ໃຫ້ຮູ້ວ່າ :
“ ຜ່ານເສັ້ນທາງຈາກເໜືອລົງຮອດໃຕ້, ພວກນ້ອງຈະເຫັນປະຈັກຕາການປ່ຽນແປງຢ່າງໃຫຍ່ຫຼວງໃນທຸກດ້ານຂອງປະເທດຊາດ ແລະ ເຫັນໄດ້ເຖິງຄວາມຮັກແພງອັນເລິກເຊິ່ງທີ່ພໍ່ແມ່ພີນ້ອງຢູ່ພາຍໃນປະເທດສະຫງວນໃຫ້ແກ່ຊາວຫວຽດນາມໄອໄສຢູ່ຕ່າງປະເທດ. ຫວັງວ່າ ຈາກຄວາມເຂົ້າອົກເຂົ້າໃຈ ແລະ ອະນຸສອນພາຍຫຼັງເຂົ້າຮ່ວມບັນດາການເຄື່ອນໄຫວຂອງຄ້າຍພັກແລ້ງ. ຄຳວ່າ : ຫວຽດນາມ ນັບມື້ນັບກາຍເປັນສິ່ງທີ່ລຶ້ງເຄີຍກັບຊາວໜຸ່ມຫວຽດນາມໄອໄສຢູ່ຕ່າງປະເທດ, ລະດົມກຳລັງໃຈແກ່ພວກນ້ອງໃຫ້ເຕີບໃຫຍ່, ກາຍເປັນບັນດາຜູ້ມີຄວາມຜູ້ພັນກັບບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ ”