ພົນໂທ Nguyen Chi Vinh ຕ້ອນຮັບຄະນະຜູ້ແທນ ສະຖາບັນຄົ້ນຄ້ວາ ປ້ອງກັນປະເທດ ອັງກິດ
ທ່ານພົນໂທ Nguyen Chi Vinh
(vovworld) - ຕອນເຊົ້າວັນທີ 22/5, ຢູ່ຮ່າໂນ້ຍ, ທ່ານພົນໂທ Nguyen Chi Vinh, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາປ້ອງກັນປະເທດລາຊະອານາຈັກ ອັງກິດ ໂດຍທ່ານ ພົນຈັດຕາວາ Andrew Charles Peter Kennett, ຮອງຜູ້ອຳນວຍການສະຖາບັນເປັນຫົວໜ້າຄະນະທີ່ ເຂົ້າຢ້ຽມຄຳນັບ. ທີ່ການຕ້ອນຮັບ, ທ່ານພົນໂທ Nguyen Chi Vinh ເນັ້ນໜັກວ່າ: ການຢ້ຽມຢາມຂອງຄະນະຜູ້ແທນສະຖາບັນຄົ້ນຄ້ວາປ້ອງກັນປະເທດລາຊະອານາຈັກ ອັງກິດ ໄດ້ປະກອບສ່ວນຍົກສູງສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ ແລະ ລາຊະອານາຈັດ ອັງກິດ. ທ່ານພົນໂທ Nguyen Chi Vinh ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງຫວຽດນາມ, ຫັນເປັນຫຼາຍຮູບຫຼາບແບບ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ນະໂຍບາຍປ້ອງກັນປະເທດສັນຕິພາບ, ປ້ອງກັນຕົນເອງຂອງຫວຽດນາມ, ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມໃນບັນດາຂົງເຂດ: ເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ.