|
(vovworld) - ຕອນບ່າຍວັນທີ 14/3 ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Samuel Prez, ຮອງຜູ້ຊ່ວຍວຽກລັດຖະມົນຕີ ການຕ່າງປະເທດ ອາເມລີກາ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ພົນໂທ ຫງວຽນຈີຫວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະແດງຄວາມປາດຖະຫນາຢາກໃຫ້ຝ່າຍອາເມລິກາ ສືບຕໍ່ຊ່ວຍເຫລືອ, ແບ່ງປັນບົດຮຽນກັບຫວຽດນາມໃນບັນດາຂົງເຂດ: ກໍ່ສ້າງກຳລັງຮັກສາສັນຕິພາບ, ບຳລຸງສ້າງນາຍທະຫານ ແລະ ສອງຝ່າຍມານະພະຍາຍາມປະຕິບັດບັນດາເນື້ອໃນຮ່ວມມືບົນພື້ນຖານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປອ້ງກັນຊາດຊື່ງສອງຝ່າຍໄດ້ລົງນາມໃນປີ 2011, ພ້ອມທັງເອົາໃຈໃສ່ເຖິງການຮ່ວມມືເກັບກູ້ລະເບີດບໍ່ທັນແຕກຫລັງສົງຄາມ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ການພົບປະແລກປ່ຽນການຮ່ວມມືລະຫວ່າງກຳລັງທະຫານເຮືອ, ຕຳຫລວດປ້ອງກັນທະເລຂອງສອງປະເທດ ແລະ ໂຄງການຊອກຄົ້ນອັດຖິທະຫານອາເມລິກາຖືກຫາຍສາບສູນໃນສົງຄາມ(MIA). ທ່ານ Samuel Prez ຢືນຢັນວ່າ:ໃນໄລຍະຈະມາເຖິງ ອາເມລິກາ ສືບຕໍ່ ສະເຫນີບັນດາຮູບແບບດີສຸດໃນການເກັບກູ້ລະເບີດບໍ່ທັນແຕກ ແລະ ກໍ່ສ້າງກຳລັງຮັກສາສັນຕິພາບຂອງຫວຽດນາມ.