ພົບປະສັງສັນນັກຮົບເກົ່າປົດປ່ອຍເມືອງເກາະເຈື່ອງຊາໂດຍກົງ
ທ໋າຍບິ່ງ, ນັກຂ່າວVOVປະຈຳພາກກາງ -  
ພົບປະສັງສັນນັກຮົບເກົ່າປົດປ່ອຍເມືອງເກາະເຈື່ອງຊາໂດຍກົງ
(ພາບ: baokhanhhoa.com.vn)
|
(vovworld) – ໂດຍສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍໝູ່ເກາະ ຮ່ວາງຊາ, ແຂວງ ແຄ໋ງຮ່ວາ (29/4/1975 – 29/4/2015), ວັນທີ 30/3, ນັກຮົບເກົ່າ ເຈື່ອງຊາ ເກືອບ 60 ຄົນໄດ້ມີການພົບປະສັງສັນຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ. ທີ່ການພົບປະ, ບັນດານັກຮົບເກົ່າຢັ້ງຢືນວ່າ: ການປົດປ່ອຍໝູ່ເກາະ ເຈື່ອງຊາ, ມີຄວາມໝາຍສຳຄັນພິເສດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດານັກຮົບເກົ່າ ເຈື່ອງຊາ ໄດ້ພ້ອມກັນທົບທວນຄືນຊຸມວັນທີ່ລຳບາກກາກກຳເພື່ອປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ, ຢື້ຢາມຖາມຂ່າວຄອບຄົວບັນດາສະມາຊິກທີ່ມີຜູ້ເຈັບເປັນ, ປະສົບກັບຄວາມຫຍຸ້ງຍາກ. ທ່ານ ຫງວຽນຊວນຖູ່ຍ, ຫົວໜ້າຄະນະຕິດຕໍ່ພົວພັນສະມາຄົມທະຫານປົດປ່ອຍ ເຈື່ອງຊາ ໃຫ້ຮູ້ວ່າ: ໃນຂະນະນັ້ນ, ທຸກຄົນລ້ວນແຕ່ສຸມກຳລັງເຫື່ອແຮງທັງໝົດເພື່ອປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ປົດປ່ອຍໝູ່ເກາະ ເຈື່ອງຊາ ແລະ ຮັກສາຜືນແຜ່ນດິນທີ່ສັກກະລະບູຊາຂອງປະເທດຊາດໄວ້.
ທ໋າຍບິ່ງ, ນັກຂ່າວVOVປະຈຳພາກກາງ