ພົບປະແລກປ່ຽນຊາວໜຸ່ມສະຖານທູດ ຫວຽດນາມ ແລະ ລາວ ຢູ່ ຈີນ

(VOVWORLD) - ເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມື, ການໜູນຊ່ວຍລະຫວ່າງສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ຈີນ ໃຫ້ຫລາຍກ່ວາອີກ,
ພົບປະແລກປ່ຽນຊາວໜຸ່ມສະຖານທູດ ຫວຽດນາມ ແລະ ລາວ ຢູ່ ຈີນ - ảnh 1 ການພົບປະແລກປ່ຽນຊາວໜຸ່ມສະຖານທູດ ຫວຽດນາມ ແລະ ລາວ ຢູ່ ຈີນ

ວັນທີ 21 ກຸມພາ, ສະມາຊິກຊາວໜຸ່ມສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ປະຈຳ ຈີນ ໄດ້ມີການພົບປະໃນຕົ້ນປີໃໝ່, ແຂ່ງຂັນກິລາ ແລະ ສະແດງສິລະປະທີ່ມີຄວາມໝາຍເລິກເຊິ່ງ. ການພົບປະແລກປ່ຽນດຳເນີນໄປໃນບັນຍາກາດອົບອຸ່ນ ແລະ ຟົດຟື້ນ ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມຂອງ 2 ສະຖານທູດປະມານ 30 ຄົນ. ລາຍການພົບປະແລກປ່ຽນໃນຕົ້ນປີໃໝ່ລະຫວ່າງສະມາຊິກຊາວໜຸ່ມ 2 ສະຖານທູດ ບໍ່ພຽງແຕ່ແມ່ນການສືບທອດສາຍພົວພັນສາມັກຄີລະຫວ່າງ 2 ສະຖານທູດໃນຫລາຍປີຜ່ານມາເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພະນັກງານການທູດໜຸ່ມ ສືບຕໍ່ບູລະນະຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ, ຮ່ວມມື, ສະໜິດແໜ້ນ, ສັດຊື່ບໍລິສຸດລະຫວ່າງ 2 ຊາດ ຫວຽດນາມ - ລາວ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ