ພະບາດສົມເດັດພະເຈົ້າມະຫາຊີວິດໄທຮຽກໂຮມຈັດກອງປະຊຸມສະພາຜູ້ແທນລາດຊະດອນທຳອິດໃນວັນທີ 22 ພຶດສະພາ
(VOVWORLD) -ພະບາດສົມເດັດພະເຈົ້າມະຫາຊີວິດໄທ ຈະຮຽກໂຮມກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະເລິກຂອງປະເທດນີ້ໃນວັນທີ 22 ພຶດສະພາ ຈະມາເຖິງ.
ຂໍ້ມູນຂ່າວດັ່ງກ່າວໄດ້ປະກາດໃນລາຊະກິດ ຈານຸເບກສາ ແຫ່ງລາຊະອານາຈັກໄທ ໃນວັນທີ 14 ພຶດສະພາ.
ຕາມລັດຖະທຳມະນູນປີ 2016, ວຸດທິສະພາໄທ ລວມມີສະມາຊິກໄດ້ຮັບການແຕ່ງຕັ້ງ 250 ທ່ານ ໃນອາຍຸການ 5 ປີ. ໜ້າທີ່ທຳອິດຂອງວຸດທິສະພາໄທ ແມ່ນຈັດກອງປະຊຸມຮ່ວມກັບສະພາຜູ້ແທນລາດຊະດອນ ເພື່ອເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ຜູ້ຮັບໄຊຊະນະໃນການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີໄທ ຕ້ອງມີຈຳນວນບັດເລືອກຕັ້ງຄົບ 376 ບັດໃນຈຳນວນ 750 ບັດ ໃນກອງປະຊຸມລະຫວ່າງ 2 ສະພາດັ່ງກ່າວ ເຊິ່ງຈະດຳເນີນໃນວັນທີ 22 ພຶດສະພາຈະມາເຖິງ.